ງົດງາມ ອາລັງການ ແລະ ມີຄວາມໝາຍ!!! ຊຸດປະຈໍາຊາດລາວທີ່ ເມ ວິຈິດຕາ MISS UNIVERSE LAOS 2019 ຈະສວມໃສ່ໃນການປະກວດເວທີໂລກ… ສິ້ນສຸດການລໍຄອຍຂອງແຟນໆນາງງາມ ທີ່ລຸ້ນກັນມາຕະຫຼອດ ກ່ຽວກັບຊຸດປະຈໍາຊາດທີ່ ນ້ອງເມ ວິຈິດຕາ ພອນວິໄລ ຈະສວມໃສ່ໃນຮອບ ຊຸດປະຈໍາຊາດເທິງເວທີໂລກຄື Miss Universe 2019. ເຊິ່ງທາງກອງປະກວດກໍຫາກໍເຜີຍໃຫ້ຮູ້ຍັງບໍ່ຮອດຊົ່ວໂມງ ບອກໄດ້ເລີຍວ່າ ອາລັງການງານສ້າງສົມກັບແຮງເຊຍມາຕະຫຼອດອີ່ຫຼີ!!! ສໍາລັບຊຸດດັ່ງກ່າວແມ່ນອອກແບບໂດຍນັກອອກແບບຊື່ດັງ ທ່ານ ຄໍາພີ ເຊິ່ງໄດ້ນໍາເອົາຊ້າງ ທີ່ຖືເປັນສັດປະຈຳຊາດຂອງລາວ ແຕ່ໃດມາ ທີ່ນຳເອົາລວດລາຍຂອງການເຄື່ອງສານ ທີ່ເຮົາພົບເຫັນໃນຮູບແບບ ຂອງແອບເຂົ້າ (ຕິບເຂົ້າ) ມາເປັນລວດລາຍຂອງຊ້າງພ້ອມທັງຕົບແຕ່ງດ້ວຍສັນຍາລັກຂອງຊາດ ກໍ່ຄືພະທາດຫລວງ ແລະ ທຸງຊາດລາວ ປະດັບດ້ວຍກິ່ນອາຍຂອງດອກຈຳປາ. ຄວາມໂດດເດັ່ນຂອງການອອກແບບໃນຄັ້ງນີ້ ບໍ່ແມ່ນພຽງແຕ່ ການນຳເອົາເອກະລັກຂອງຊາດ ຂຶ້ນສູ່ເວທີສາກົນພຽງຢ່າງດຽວ ແຕ່ຍັງໄດ້ສອດແຊກເນື້ອຫາ ເພື່ອເປັນການຮຽກຮ້ອງ ການໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາ ປ່າໄມ້ ກໍ່ຄື ທຳມະຊາດ …
Read More »Home
ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ…
ຊົມເຊີຍເກັ່ງຫຼາຍ!! ເດັກນ້ອຍລາວຍາດໄດ້ 4 ລາງວັນຈາກການແຂ່ງຂັນຮູບເງົາ ວີດີໂອເດັກນ້ອຍ-ຊາວໜຸ່ມ ອາຊຽນ ທີ່ກໍາປູເຈຍ… ສະບາຍດີ! ຕ້ອນສູ່ເດືອນທັນວາ ເດືອນສຸດທ້າຍຂອງປີ 2019 ຂໍໃຫ້ເປັນເດືອນແຫ່ງຄວາມສຸກ ສົມຫວັງ ຂອງຄົນລາວທຸກຄົນເດີ້!!! ແລະ ມື້ນີ້ຂວັນໃຈເອງກໍມີຂ່າວດີ ຂ່າວແຫ່ງຄວາມສຸກສົມຫວັງຂອງຄົນລາວມາຕ້ອນເພື່ອເອົາໂຊກເອົາໄຊໃຫ້ກັບເດືອນສຸດທ້າຍຂອງປີກັນກ່ອນ ຂ່າວດີທີ່ຈະມາຕ້ອນແຟນໆໃນມື້ນີ້ກໍຄືຂ່າວຈາກເວທີ ການແຂ່ງຂັນຮູບເງົາ ວີດີໂອ ເດັກນ້ອຍ-ຊາວໜຸ່ມ ອາຊຽນຄັ້ງທີ່ 3 ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ແລະ ໄດ້ປະກາດຜົນລາງວັນໄປເມື່ອວັນທີ 30 ພະຈິກ ທີ່ຜ່ານມານີ້ ເຊິ່ງຜົນການຕັດສິນອອກມາກໍປາກົດວ່າ ເດັກນ້ອຍຕົວແທນຈາກປະເທດລາວເຮົາສາມາດຍາດໄດ້ເຖິງ 4 ລາງວັນດ້ວຍກັນ ເຊິ່ງປະກອບດ້ວຍ: 1. ຮູບເງົາສັ້ນເລື່ອງ “ເພື່ອນຮັກ” ໄດ້ຮັບລາງວັນຄະນະກຳມະການເດັກນ້ອຍ(Kids’ choice AWARD) ປະເພດຮູບເງົາເດັກນ້ອຍ 2. ຮູບເງົາສັ້ນເລື່ອງ” ໂຮງຮຽນຄືຮັກເປັນໜຶ່ງດຽວຂອງຂ້ອຍ…’ ໄດ້ຮັບລາງວັນຍອດນິຍົມ( Heart AWARD)ປະເພດຮູບເງົາເດັກນ້ອຍ 3. …
Read More »ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!
ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!! ສາວໆຮູ້ບໍ່ວ່າການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ເຊິ່ງສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ… ຖ້າຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!! ເປັນຄົນເບິ່ງແຍງຕົນເອງ: ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ: ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ: ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ: ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ: ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ: ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ: ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ ຮູ້ແບບນີ້ແລ້ວກໍລອງເບິ່ງເດິ້ສາວໆ…
Read More »ມາຮ່ວມເປີດໂລກໃຫ້ກວ້າງຂຶ້ນ!!! ອອກຈາກກອບເດີມໆທີ່ເປັນຢູ່ ທົດລອງສິ່ງທີ່ແປກໃໝ່ ກັບ Tiger Beer…
ມາຮ່ວມເປີດໂລກໃຫ້ກວ້າງຂຶ້ນ!!! ອອກຈາກກອບເດີມໆທີ່ເປັນຢູ່ ທົດລອງສິ່ງທີ່ແປກໃໝ່ ກັບ Tiger Beer… ຊ່ວງເວລາຂອງການພັກຜ່ອນທີ່ດີທີ່ສຸດ ທຸກຄົນມັກຈະຄິດເຖິງຫຍັງ? ເປັນຄໍາຖາມທີ່ຕອບບໍ່ຍາກເລີຍແມ່ນບໍ່ ຫຼືຖ້າໃຜທີ່ຍັງຄິດບໍ່ອອກ ຜູ້ຂຽນມີຕົວເລືອກມາແນະນໍາຄື ໜຶ່ງໄປທ່ອງທ່ຽວສະຖານທີ່ຕ່າງໆທີ່ຕົວເອງມັກ, ສອງໄປຊອກກິນອາຫານແຊບໆທີ່ຕົວເອງຢາກກິນ, ສາມໄປນັ່ງເມົ້າມອຍຍາດກັນເວົ້າກັບໝູ່ສະນິດ ຫຼືຈະໄປສະວີດຫວານກັບຄົນຮັກກໍແລ້ວແຕ່… ເພາະທຸກຄົນສາມາດເລືອກທີ່ຈະໄປໃສ ຫຼືເຮັດຫຍັງກໍໄດ້ທີ່ເຮັດໃຫ້ຕົວເອງມີຄວາມສຸກ ເພາະທຸກຄົນມີສິດເລືອກ, ເລືອກທີ່ຈະເຮັດສິ່ງໃໝ່ໆ, ເລືອກທີ່ຈະເຮັດໃນສິ່ງທີ່ແຕກຕ່າງ ແລະ ມື້ນີ້ຂວັນໃຈຈະມາພາໄວລຸ້ນທີ່ມີຄວາມກ້າ ໄປລອງຊິມລິ້ມລົດຊາດທີ່ແຕກຕ່າງ ເຊິ່ງຕ້ອງບອກກ່ອນວ່າ ມັນສ້າງມາເພື່ອໄວລຸ້ນຍຸກນີ້ໂດຍສະເພາະ (ບໍ່ໄດ້ມີເຈດຕະນາສົ່ງເສີມໃຫ້ດຶ່ມສິ່ງມືນເມົາ ບົດຄວາມນີ້ເໝາະສໍາລັບຜູ້ທີ່ມີ ອາຍຸ 18 ປີຂຶ້ນໄປ) ສິ່ງພິເສດສໍາລັບໄວລຸ້ນຍຸກໃໝ່!!! ທີ່ຢາກຈະແນະນໍາໃຫ້ຮູ້ຈັກນັ້ນກໍຄື “ເບຍ ໄທເກີ” ທີ່ມາພ້ອມກັບລົດຊາດທີ່ແຕກຕ່າງ ແລະ ກັບກິດຈະກໍາສົ່ງເສີມທັກສະຄວາມສາມາດ ໃຫ້ໜຸ່ມສາວໆຄົນລາວກ້າທີ່ຈະອອກມາຈາກກອບຫຼາຍໆຢ່າງ ທີ່ພໍ່ແມ່ ແລະ ສັງຄົມຕັ້ງໃຫ້ ອອກມາສະແດງຄວາມສາມາດໃຫ້ສັງຄົມໄດ້ຮູ້ຈັກ ເຊັ່ນ: ຜູ້ທີ່ມີຄວາມມັກຮັກໃນເລື່ອງເກມ ກໍສາມາດເຝິກຕົວເອງໃຫ້ກາຍເປັນເມີໄດ້ ຫຼືຜູ້ທີ່ມັກໃນເລື່ອງກິລາ ກໍສາມາດພັດທະນາຕົວເອງໃຫ້ກາຍເປັນນັກກິລາທີ່ມີຊື່ສຽງໄດ້… ນອກຈາກນັ້ນ “ເບຍ ໄທເກີ” ຍັງຖືກຍົກໃຫ້ເປັນເບຍທີ່ໄດ້ຮັບການຍອມຮັບໃນ …
Read More »ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສືຟຣີ…
ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສື ຟຣີ… ແອັດມິ້ນເຫັນຂ່າວນີ້ແລ້ວອົດຍິ້ມທັງນໍ້າຕາບໍ່ໄດ້ ເພາະມັນຮູ້ສຶກໄດ້ເຖິງຄວາມມີນໍ້າໃຈອັນຫາໃສປຽບບໍ່ໄດ້ ເພາະເດັກນ້ອຍອາຍຸພຽງ 12 ປີ ແຕ່ມີຄວາມຄິດຄວາມອ່ານ ແລະ ມີນໍ້າໃຈເອຶ້ອເຟື້ອເພື່ອແຜ່ເພື່ອນມະນຸດດ້ວຍກັນຂະໜາດນີ້ ແອັດມິ້ນບໍ່ຮູ້ຈະຍົກຄໍາໃດຂຶ້ນມາຍົກຍໍສັນເສີນເຈົ້າໄດ້ດີໄປກວ່າຄໍາວ່າ ສຸດຍອດນໍ້າໃຈ ພ້ອມທັງຂຽນເລື່ອງລາວເຜີຍແຜ່ໃຫ້ຜູ້ໃຫຍ່ຫຼາຍໆຄົນໄດ້ອ່ານ… ເຊິ່ງເລື່ອງລາວທີ່ແອັດມິ້ນຈະມາເລົ່າຕໍ່ໄປນີ້ ຢາກໃຫ້ທຸກຄົນທີ່ໄດ້ອ່ານ ຄິດເຖິງພາບຕົວເອງຕອນອາຍຸ 12 ປີ ວ່າເຮັດຫຍັງຢູ່ ແລ້ວເຈົ້າຈະຮູ້ໄດ້ເຖິງຄວາມສຸດຍອດຂອງເດັກນ້ອຍຄົນນີ້ ທ້າວ ນິກາໂນ ກິນເຕໂຣສ (Nicanor Quinteros) ໜຸ່ມນ້ອຍອາຍຸ 12 ປີ ຈາກປະເທດ ອາເຈນຕີນ່າ ທີ່ໄດ້ກໍ່ສ້າງໂຮງຮຽໜຂອງຕົວເອງຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ທຸກຍາກ ໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ ຄືທີ່ລາວເຄີຍໄດ້ຮັບໂອກາດ. ໂດຍຈຸດເລີ່ມຕົ້ນຂອງແນວຄວາມຄິດອັນຍິ່ງໃຫຍ່ນີ້ ແມ່ນເກີດຂຶ້ນຕັ້ງແຕ່ຕອນທີ່ລາວມີອາຍຸພຽງ 9 ປີ ເພາະເຫັນວ່າ ເດັກນ້ອຍຫຼາຍຄົນໃນຂົງເຂດທີ່ຕົນເອງອາໄສຢູ່ ບໍ່ມີໂອກາດໄດ້ຮຽນໜັງສື ເນື່ອງຈາກບັນດາຄອບຄົວທີ່ອາໄສຢູ່ເຂດນັ້ນເປັນຄອບຄົວທຸກຍາກ ບາງຄອບຄົວກໍບໍ່ມີທີ່ຢູ່ອາໄສ… ນິກາໂນ ແລະ ຍ່າຂອງລາວຈຶ່ງໄດ້ຮ່ວມກັນສ້າງໂຮງຮຽນທີ່ຢູ່ໃນສວນຫຼັງບ້ານ …
Read More »