ແມ່ນຄວາມຈິງ ຫຼືບໍ່? 5 ພຶດຕິກໍາຂອງມະນຸດເງິນເດືອນ ທີ່ເກືອບ 90% ເປັນແບບນີ້!!! ລາຊາເງິນຜ່ອນ: ເມືອເລີ່ມມີເງິນເດືອນປະຈຳບັນດາທະນາຄານຕ່າງໆ ກໍພ້ອມຍິນດີຢືນຂໍ້ສະເໜີໃຫ້ມີບັດເຄດິດ ໄວ້ໃຊ້ໃນຢາມສຸກເສີນດ້ວຍວົງເງິນທີ່ຫຼາຍກວ່າອາດຈະເຮັດໃຫ້ຫຼາຍຄົນຕື່ນຕາຕື່ນໃຈ ເພາະເລີ່ມເຫັນທາງທີ່ຈະໄດ້ສິ່ງຂອງໄດ້ມາຢ່າງງ່າຍດາຍ ແຕ່ຖ້າໃຊ້ກັບສິ່ງຂອງຊຸມເຟືອຍ ແລະ ຜ່ອນຈ່າຍບໍ່ຖືກກຳນົດໃນທີ່ສຸດດອກເບ້ຍຈະເພີ່ມຂຶ້ນຈົນກາຍເປັນບັນຫາ. ສັງຄົມອອນໄລ໌: ຄົນເຮັດວຽກໃໝ່ຫຼາຍຄົນມັກຕິດ ພາບໃນໂລກສັງຄົມອອນໄລ໌ຂອງໝູ່ເພື່ອນທີ່ມັກໂພສ໌ແຕ່ເລື່ອງດີໆ, ຫຼູໆ, ຮ້ານອາຫານດັງໆ, ເສື້ອຜ້າງາມໆ ຂອງແບຣນເນມຕ່າງໆ ຈຶ່ງເຮັດໃຫ້ເກີດຄວາມຢາກໄດ້ຢາກມີ, ຈົນຍອມທຸ່ມເງິນເດືອນ ຫຼື ຍອມເປັນລາຊາເງິນຜ່ອນ ເພື່ອໃຫ້ໄດ້ຂອງເຫຼົ່ານັ້ນ ໂດຍບໍ່ຄິດເຖິງວ່າມັນເໝາະສົມກັບລາຍໄດ້ຂອງຕົນເອງ ຫຼື ບໍ່, ເພາະຄົນເຮັດວຽກໃໝ່ສະໄໝນີ້ມີ ທັດສະນະຄະຕິທີ່ວ່າ “ເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້” ຊິວິດຫຼູຫຼາ: ຄົນເຮັດວຽກຍຸກໃໝ່ໃຊ້ຊີວິດຕ່າງຈາກຄົນລຸ້ນກ່ອນ, ດ້ວຍສັງຄົມ, ຄ່ານິຍົມ, ທັດສະນະຄະຕິທີ່ປ່ຽນໄປເມືອຊີວິດເລີ່ມຕົ້ນການເຮັດວຽກ ເລີຍຢາກຈະມີຊັບສິນເປັນຂອງຕົນເອງເຊັ່ນ ເຮືອນ, ລົດໃໝ່,… ເພື່ອໂຊຊີວິດສຸດຫຼູ ໂດຍບໍ່ໄດ້ຄິດຫາລາຍໄດ້ ຫຼື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍໄດ້ໜ້ອຍ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍຄ່າໃຊ້ຈ່າຍເພີ່ມຂຶ້ນ ກັບກາຍເປັນຈະເປັນໜີ້ ແລະ …
Read More »Home
“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!!
“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!! ອົດໃຈຖ້າອີກໜ້ອຍດຽວ ກໍຈະໄດ້ຮາແບບເຕັມຮູບແບບແລ້ວ ສໍາລັບຮູບເງົາແຫ່ງປີທີ່ທຸກຄົນຄອຍຖ້າມາດົນ “ຮັກມະຍ່ອມມະແຍ່ມ” ຜົນງານການກັບກໍາຂອງຜູ້ກໍາກັບແຖວໜ້າຂອງປະເທດລາວຄື ອ້າຍ ເຈ້ຍ ປາຊີຟິກ ແລະ ໄດ້ທີ່ປຶກສາຈາກຜູ້ກໍາກັບຊື່ດັງຈາກປະເທດເພື່ອນບ້ານຫຼາຍຄົນ ໃນນັ້ນກໍມີຜູ້ກໍາກັບ ແລະ ຕະລົກຊື່ດັງຄື ອ້າຍໝໍ່າ ຈົກມົກ ເຂົ້າຮ່ວມສະແດງນໍາ ເຊິ່ງງານນີ້ບອກໄດ້ເລີຍວ່າ ບໍ່ຮາ, ບໍ່ມັນ ບໍ່ແມ່ນຜົນງານຂອງ ອ້າຍເຈ້ຍ… ໃນຮູບເງົາເລື່ອງນີ້ແມ່ນເຕັມໄປດ້ວຍນັກສະແດງມືອາຊີບຈາກທັງໄທ ແລະ ລາວ ຮ່ວມສະແດງນໍາ ເຊັ່ນ: ນຸ້ຍ ສຸພາພອນ, ນູ່ນີ່, ແກ້ວຕາ, ໂອລ່າ ແບລກອ່າຍ, ອ້າຍຕູ່, ສາວ ວາວ (ນັກສະແດງຈາກໄທ), ໜຸ່ມເອັກ (ນັກສະແດງຈາກໄທ) ແລະ ດາວຕະລົກອີກຫຼາກຫຼາຍ… ເຊິ່ງຮູບເງົາ “ຮັກມະຍ່ອມມະແຍ່ມ” ກໍໄດ້ຈັດງານເປີດຕົວ ແລະ …
Read More »ກໍາລັງເປັນຂ່າວດັງ!!! ນາຍົກລັດຖະມົນຕີ (ຍິງ) ຄົນໃໝ່ຂອງ ຟີນແລນ ເປັນນາຍົກທີ່ອາຍຸນ້ອຍທີ່ສຸດໃນໂລກ ດ້ວຍອາຍຸພຽງ 34 ປີ… ສະແດງໃຫ້ເຫັນເຖິງ “ຄວາມເທົ່າທຽມຢ່າງແທ້ຈິງ”
ກໍາລັງເປັນຂ່າວດັງ!!! ນາຍົກລັດຖະມົນຕີ (ຍິງ) ຄົນໃໝ່ຂອງ ຟີນແລນ ເປັນນາຍົກທີ່ອາຍຸນ້ອຍທີ່ສຸດໃນໂລກ ດ້ວຍອາຍຸພຽງ 34 ປີ… ສະແດງໃຫ້ເຫັນເຖິງ “ຄວາມເທົ່າທຽມຢ່າງແທ້ຈິງ” ເມື່ອຄວາມເທົ່າທຽມລະຫວາງຍິງ-ຊາຍ ຖືກນໍາອອກມາໃຊ້ຢ່າງແທ້ຈິງ ແມ່ຍິງກໍສາມາດສະແດງຄວາມສາມາດຂອງຕົນເອງໄດ້ຢ່າງເຕັມທີ່ ໃຫ້ສັງຄົມ ແລະ ໂລກໄດ້ເຫັນເຖິງສັກກະນາພາບ ແລະ ຄວາມສາມາດທີ່ບໍ່ໄດ້ດ້ອຍໄປກວ່າຜູ້ຊາຍໃນທຸກເລື່ອງ ຄືດັ່ງຍິງສາວ ຊາວຟີນແລນຄົນນີ້ ທີ່ໄດ້ຂຶ້ນຊື່ວ່າເປັນ ນາຍົກລັດຖະມົນຕີທີ່ອາຍຸນ້ອຍທີ່ສຸດໃນໂລກ… ເຊິ່ງຍິງສາວຄົນນັ້ນ ທ່ານມີຊື່ວ່າ ທ່ານ ນາງ ຊານນາ ມາຣິນ ອາຍຸ 34 ປີ ຈາກພັກສັງຄົມປະຊາທິປະໄຕ ໄດ້ຮັບການສະເໜີຊື່ເມື່ອວັນອາທິດທີ 8 ທີ່ຜ່ານມາ ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ຂອງ ປະເທດ ຟີນແລນ ເຊິ່ງທ່ານໄດ້ເປັນນາຍົກທີ່ອາຍຸນ້ອຍທີ່ສຸດໃນໂລກ. ໂດຍທ່ານໄດ້ກ່າວວ່າ “ຂ້ອຍບໍ່ເຄີຍຄິດເຖິງເລື່ອງອາຍຸ ຫຼືເພດ, ຂ້ອຍຄິດເຖິງແຕ່ເຫດຜົນທີ່ເຂົ້າມາສູ່ວົງການ ການເມືອງ ແລະ ສິ່ງຕ່າງໆທີ່ໄດ້ຮັບຄວາມເຊື່ອຖືຈາກຜູ້ມີສິດເລຶອກຕັ້ງ. ພວກເຮົາຕ້ອງເຮັດວຽກຢ່າງໜັກໃນການສ້າງຄວາມເຊື່ອໝັ້ນຂອງລັດຖະບານໃຫ້ກັບຄືນມາ” ແລະ ໃນຂະນະດຽວກັນ ທ່ານ …
Read More »ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ…
ນໍ້າຕາຊຶມ!!! ນາທີເພງຊາດລາວດັງກ້ອງເທິງເວທີໂລກ ຫຼັງນັກກິລາລາວຄວ້າຫຼຽນຄໍາເປັນຄັ້ງປະຫວັດສາດ ໃນກິລາຊີເກມ ປະເທດ ຟີລິບປີນ… ຖຸືເປັນຂ່າວດີທີ່ສຸດສາລັບຄົນລາວທັງປະເທດໃນຕອນນີ້ ແລະ ທັງເປັນຂ່າວດີໃນວົງການກິລາລາວເຮົາ ເມື່ອນັກກິລາ ຄິກບ໊ອກຊິ້ງ (Kickboxing) ທີມຊາດລາວ ນ້ອງໂອ ສຸກັນ ໄຕປັນຍາວົງ ໄປແຂ່ງຂັນໃນງານ ມະຫະກໍາກິລາຊີເກມ ທີ່ປະເທດ ຟີລິບປີນ ແລະ ສາມາດຍາດໄດ້ຫຼຽນຄໍາມາໄດ້ ເປັນຄັ້ງທໍາອິດ ແລະ ຄັ້ງປະຫວັດສາດຂອງວົງການກິລາບ້ານເຮົາ!!! ແລະ ນາທີທີ່ເພງຊາດລາວດັງກ້ອງກັງວານເທິງເວທີໂລກ ທຸກຄົນຕ່າງນໍ້າຕາຊຶມດ້ວຍຄວາມດີໃຈທີ່ຫາໃສປຽບບໍ່ໄດ້ ເພາະມັນເປັນການສະແດງໃຫ້ເຫັນເຖິງຄວາມສາມາດຂອງນັກກິລາວ ກໍຄືຄົນລາວເຮົາທີ່ບໍ່ໄດ້ດ້ອຍໄປກວ່າຊາດອື່ນເລີຍ… ນໍ້າຕາຊຶມປໍ້ ສຽງເພງຊາດລາວ ດັ່ງກ້ອງທີ່ ຊີເກມ ຄັ້ງທີ່ 30ຂຶ້ນຮັບ ຫຼຽນຄໍາແລ້ວ #ແຊເລີຍ! ?????????ທ້າວ ສູກັນ ໄຕປັນຍາວົງ ຫຼື ນ້ອງໂອ ພຽງຍົກທີ 1 ນັອກ ນັກມວຍອິນໂດເນເຊຍ #ຄວ້າຫລຽນຄຳ ທຳອິດໃຫ້ທັບນັກກິລາລາວ ໃນຊີເກມ …
Read More »ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້…
ຍິ່ງຮູ້ຈັກຍິ່ງຮັກນາງ!!! Zozibini Tunzi ນາງງາມຈັກກະວານຄົນທີ 68 ຂອງໂລກ! ສາວງາມຕົວແທນຈາກປະເທດ ອາຟຣິກາໃຕ້… ກໍາລັງເປັນຂ່າວດັງ ແລະ ເປັນກະແສຢູ່ໃນຕອນນີ້ ຫຼັງຈາກການປະກວດ Miss Universe 2019 ສິ້ນສຸດລົງ; ຜົນການຕັດສິນອອກມາຢ່າງເປັນທາງການວ່າ ຜູ້ທີ່ໄດ້ຮັບຕໍາແໜ່ງ Miss Universe ປະຈໍາປີ 2019 ຫຼຶ້ນາງງາມຈັກກະວານຄົນທີ 68 ຂອງໂລກນັ້ນໄດ້ແກ່ Zozibini Tunzi ເປັນສາວຜິວສີຕົວແທນຈາກ ປະເທດ ອາຟຣິກາໃຕ້… ເຊິ່ງຫຼັງຈາກພິທີກອນປະກາດຊື່ຂອງນາງກ້ອງຂຶ້ນເທິງເວທີ ທຸກຄົນທົ່ວໂລກຕ່າງເວົ້າເປັນສຽງດຽວກັນວ່າ “ເໝາະສົມແລ້ວກັບຕໍາແໜ່ງນາງງາມຈັກກະວານ” ເພາະຟັງຈາກການຕອບຄໍາຖາມໃນຮອບຕັດສິນບອກໄດ້ເລີຍວ່າ ບໍ່ມີໃຜເໝາະສົມເທົ່າກັບນາງອີກແລ້ວ! ນອກຈາກນັ້ນນາງຍັງເປັນນາງງາມອີກຄົນໜຶ່ງທີ່ມີຄວາມສາມາດອີກຄົນໜຶ່ງເລີຍແຫຼະ!!! ເຊີິ່ງມື້ນີ້ ຂວັນໃຈ ກໍຈະພາສາວໆໄປທໍາຄວາມຮູ້ຈັກກັບ Zozibini Tunzi ຫຼາຍຂຶ້ນ ແລ້ວທຸກຄົນຈະຮັກນາງຂຶ້ນໄປອີກຢ່າງແນ່ນອນ… Zozibini Tunzi ເກີດເມື່ອວັນທີ 18 ກັນຍາ 1993 ໄວ 26 ປີ …
Read More »