Breaking News

Home

ພາສາວໆ ມາສໍາພັດຄວາມງົດງາມ ແລະ ຊົງຄຸນຄ່າກັບ! Sasyratn Jewelry… ທີ່ສາຂາໃໝ່ທີ່ Lao Plaza…

Sasyratn Jewelry ເປີດສາຂາໃໝ່ທີ່ Lao Plaza ໃຫ້ສາວໆ ໄດ້ສໍາພັດຄວາມງົດງາມ ແລະ ຊົງຄຸນຄ່າ ໃນຄໍ່າຄືນຂອງວັນທີ 12 ທັນວາ 2019 ທີ່ຜ່ານມາ… ໂດຍມີເຊລເລບ, ດາລາ, ນັກທຸລະກິດ ແລະ ຜູ້ທີ່ສົນໃຈເຂົ້າຮ່ວມສະແດງຄວາມຍິນດີ ແລະ ຮ່ວມສໍາພັດ ກັບການເປີດຕົວເຄື່ອງປະດັບພອຍ ຄໍເລັກຊັ່ນໃໝ່ ທີ່ທາງຮ້ານຈັດຂຶ້ນມາເປັນພິເສດສໍາລັບພິທີເປີດສາຂາໃໝ່ໃນຄັ້ງນີ້, ພ້ອມທັງມີໂປຣໂມຊັ່ນພິເສດສໍາລັບຜູ້ທີ່ຊື້ເຄື່ອງປະດັບມື້ງານ ແມ່ນຈະໄດ້ຮັບສ່ວນຫຼູດນໍາອີກ ແລະ ລາຍໄດ້ສ່ວນໜຶ່ງຈາກການຂາຍເຄື່ອງໃນມື້ງານ ແມ່ນຈະຮ່ວມສົມທົບທຶນເພື່ອການກຸສົນພ້ອມ!!!​ ຕະຫຼອດຄໍ່າຄື່ນອັນງົດງາມ ແລະ ຊົງຄຸນຄ່າ ເນື່ອງໃນໂອກາດເປີດສາຂາໃໝ່ນີ້ ນອກຈາກຈະໄດ້ສໍາພັດກັບເຄື່ອງປະດັບອັນຊົງຄຸນຄ່າຫຼາກຫຼາຍປະເພດແລ້ວ ແຂກທີ່ເຂົ້າຮ່ວມງານຍັງໄດ້ຮັບຊົມການເດີນແບບ ໂຊຊຸດເຄື່ອງປະດັບທີ່ສຸດແສນຈະງົດງາມນໍາອີກ… ເຊິ່ງນໍາທີມໂດຍ ເຈົ້າຂອງແບຣນ Sasyratn Jewelry ທ່ານນາງ ສາສີຣັດ ສຸພານຸວົງ  ໂຢໂຢ່ ມະນີພູໄຊ Miss Champa Laos ໂສລະຍາ ຄອນດີ Miss …

Read More »

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ຄວາມຮັກກໍເຊັ່ນ… ທໍາຄວາມຮູ້ຈັກກັບ 5 ວິທີຮຽນຮູ້ ເພື່ອຮັກທີ່ຍືນຍາວ!!!

ບໍ່ວ່າເລື່ອງໃດໆ ຖ້າເຮົາຮີບຮ້ອນເກີນໄປ ຜົນທີ່ໄດ້ກໍມັກຈະອອກມາບໍ່ດີ ແຕ່ຖ້າຫາກຄ່ອຍໆເລີ່ມຕົ້ນແບບຊ້າໆ ພຽງໃຊ້ເວລາ ເຮົາກໍຈະເຂົ້າໃຈ ແລະ ປະສົບຜົນສຳເລັດໃນເລື່ອງນັ້ນໄດ້ ໂດຍສະເພາະເລື່ອງຄວາມຮັກ ທີ່ຕ້ອງໃຊ້ເວລາ ເພື່ອຮຽນຮູ້ເຊິ່ງກັນ ແລະກັນ ແລະ ຄ່ອຍໆ ພັດທະນາໃຫ້ຮັກຂອງທ່ານຍາວນານໝັ້ນຄົງດ້ວຍ ວິທີ່ຮັກສາຄວາມຮັກໃຫ້ດົນນານໄດ້ ລອງອ່ານເບິ່ງ ແລ້ວຄວາມຮັກຂອງທ່ານຈະເປັນຄວາມຮັກທີ່ໝັ້ນຄົງ… ຄ່ອຍເປັນຄ່ອຍໄປ ບໍ່ຕ້ອງຮີບຮ້ອນ ຍ່າລືມວ່າຄວາມຮັກບໍ່ແມ່ນການຊື້ເຄື່ອງ ຢ່າເຊື່ອຈາກສິ່ງທີ່ເຫັນ ແລ້ວ ຢ່າຄິດຈິນຕະນາການໄປເອງ ຢຸດຄໍາເວົ້າຢູ່ທີ່ວ່າ “ມັກ” ກ່ອນ ແລ້ວຄ່ອຍສຶກສາກັນຕໍ່ໄປ ຄວນຈົ່ງພື້ນທີ ໃຫ້ມີຄວາມເປັນສ່ວນຕົວຂອງກັນ ແລະ ກັນ ຢ່າລືມວ່າທ່ານເອງກໍມີຊີວິດຂອງຕົວເອງຄືກັນ ກັບມາສົນໃຈເລື່ອງຂອງຕົນເອງດີກວ່າ ເບິ່ງແຍງເອົາໃຈໃສ່ຕົວເອງໃຫ້ດີ ກ່ອນທີ່ຈະ ໄປສົນໃຈເລື່ອງຂອງຄົນອື່ນ. ບໍ່ຄວນຄິດເລື່ອງອະນາຄົດໄກເກີນໄປ ຍ້ອນອະນາຄົດບໍ່ແນ່ນອນ ທ່ານບໍ່ສາມາດຮູ້ໄດ້ວ່າອີກ 5 ປີ ຄວາມຮັກຂອງທ່ານ ຈະຍັງຄືເກົ່າ ຫຼືບໍ່ ຖ້າຄິດໄປໄກເຖິງ ການໃຊ້ຊີວິດຮ່ວມກັນ ຫາກວ່າ ຄວາມເປັນຈິງມັນບໍ່ເປັນດັ່ງທີ່ເຮົາຄາດຫວັງ ອາດຈະເຮັດໃຫ້ຕົວທ່ານເອງຜິດຫວັງ …

Read More »

ສາວລາວວ່າແນວໃດ!!! ໜຸ່ມໂມສ ຫຼືອ້າຍຈ໊ອຍ ຈາກລະຄອນດັງ “ບຸບເພສັນນິວາດ” ຫຼົງຮັກຫຼວງພະບາງຈົນຂໍ “ບໍ່ເມືອໄດ້ບໍ່”

ຫຼາຍຄົນຄົງຮູ້ຈັກກັນດີ ສໍາລັບອ້າຍຈ໊ອຍ ລູກນ້ອງຄົນສະນິດຂອງ ຄຸນພີ່ໝື່ນ ຈາກລະຄອນດັງ “ບຸບເພສັນນິວາດ” (ປະເທດໄທ) ທີ່ຫຼັງຈາກລະຄອນປິດຈໍໄປແລ້ວ ແຟນຄຣັບຕ່າງກໍຊອກຫາໂຕຈິງຂອງອ້າຍຈ໊ອຍ ວ່າໜ້າຕາຈະເປັນແນວໃດ? ຈະເຈົ້າຊູ້ຂະໜາດໃດ? ຈົນໃນທີ່ສຸດກໍໄດ້ຮູ້ຄວາມຈິງແລ້ວວ່າ ອ້າຍຈ໊ອຍ ນັ້ນແມ່ນມີຊື່ແທ້ວ່າ  ວິສະໂມສ ຫຼືໜຸ່ມໂມສ ນັ້ນເອງ… ເຊິ່ງໃນໄລຍະນັ້ນບໍ່ວ່າຈະໄປໃສກໍມັກຈະເຫັນຂ່າວຊວນສາວໆສ່ອງໜຸ່ມໂມສ ຫຼືອ້າຍຈ໊ອຍຢູ່ເຕັມໄປໝົດດດດ ຍ້ອນຄວາມຫລໍ່ເຫຼົາ ແລະ ໜ້າຮັກຂອງ ໜຸ່ມໂມສ ຈຶ່ງເຮັດໃຫ້ມີສາວໆຫຼາຍຄົນແຫ່ກັນເຂົ້າໄປຂໍເປັນ FC ກັນເຕັມ IG ກັນເລີຍ… ແລະ ເມື່ອບໍ່ດົນມານີ້ ໜຸ່ມໂມສເອງກໍໄດ້ເດີນທາງມາທ່ອງທ່ຽວຫຼວງພະບາງ ມາທ່ຽວຄົນດຽວແບບຊິວໆ ຖ່າຍຮູບຄູລໆ ກັບສະຖານທີ່ງາມໆຫຼາຍແຫ່ງ ພ້ອມກັບລົງແຄັບຊັ່ນວ່າ “ບໍ່ເມືອໄດ້ບໍ່” ເຮັດໃຫ້ສາວລາວກົດໃຈໃຫ້ລົວໆໃຫ້ເລີຍຈ່າາາາາ ຄົນອີ່ຫຍັງທັງຫລໍ່ ແຖມຍັງໜ້າຮັກແບບນີ້ສາວລາວຊິບໍ່ຫຼົງໄດ້ແນວດາຍຍຍ… ໜຸ່ມໂມສ ທີ່ຫຼວງພະບາງ ບໍ່ກັບໄດ້ບໍ່? ແອັດມິ້ນຂໍ 555 ອ້າຍຈ໊ອຍ ໃນລະຄອນ ບຸບເພສັນນິວາດ ຂອບໃຈຮູບຈາກ: IG: wisamost

Read More »

ຄວນຮູ້! ສາວໆຈະມີສິດຮຽກຮ້ອງຫຍັງໄດ້ແດ່ ຖ້າມີເພດສຳພັນກັບແຟນກ່ອນການເປັນຜົວເມຍ?

ສາວໆຂວັນໃຈຮູ້ບໍ່ວ່າ ການຮ່ວມປະເວນີກັນກ່ອນການເປັນຜົວເມັຍ ໃນຍຸກປະຈຸບັນ ສຳລັບຄົນລຸ່ນໃໝ່ ອາດເບິ່ງເປັນເລື່ອງທຳມະດາ ແຕ່ສາວໆຢ່າລືມວ່າ ສຳລັບຜູ້ໃຫຍ່ບ້ານເຮົາແລ້ວ ມັນກໍຍັງຖືວ່າຜິດຮີດຄອງປະເພນີຢູ່ ໂດຍສະເພາະແມ່ຍິງເຮົາ ຍາມໃດກໍຕົກເປັນຝ່າຍເສຍປຽບ ສະນັ້ນ, ກ່ອນຈະມີຄວາມສຳພັນເລິກເຊິ່ງກັບໃຜ ສາວໆຄວນພິຈາລະນາໃຫ້ດີໆ ຫາກເກີດບັນຫາ ຫຼືຝ່າຍຊາຍບໍ່ຮັບຜິດຊອບ ເຮົາຈະຮັບມືແນວໃດ? ສາວໆຍັງໂຊກດີທີ່ມີນິຕິກຳຄຸ້ມຄອງສິດທິ ແລະກຽດສັກສີ ໂດຍສະເພາະໃນ ກົດໝາຍວ່າດ້ວຍຄອບຄົວ (ສະບັບປັບປຸງ) ປີ 2008 ມາດຕາ 8 ໄດ້ເວົ້າກ່ຽວກັບ ການຮ່ວມປະເວນີກັນກ່ອນການເເປັນຜົວເມັຍ ໄວ້ວ່າ: “ເມື່ອຊູ້ສາວ ໄດ້ຮ່ວມປະເວນີກັນກ່ອນການເປັນຜົວເມັຍ ຖ້າຫາກຊາຍຊູ້ ບໍ່ເອົາຍິງຊູ້ເປັນເມັຍແລ້ວ ຊາຍຊູ້ນັ້ນກໍຈະໄດ້ເສຍຄ່າປົວແປງຈິດໃຈ, ຄ່າທຳຂວັນຍິງຊູ້ ຫຼືຄອບຄົວຂອງຍິງຊູ້ ຕາມຮີດຄອງປະເພນີ. ໃນກໍລະນີທີ່ຍິງຊູ້ ຫາກບໍ່ເອົາຊາຍເປັນຜົວ ກໍຈະບໍ່ມີການເສັຍຄ່າປົວແປງຈິດໃຈ, ຄ່າທຳຂວັນນັ້ນ ແຕ່ຢ່າງໃດ. ໃນກໍລະນີທີ່ມີການຖືພາ ນອກຈາກຈະໄດ້ເສຍຄ່າທຳຂວັນແລ້ວ ຊາຍຊູ້ຍັງຕ້ອງເສັຍຄ່າອອກລູກ ຄ່າຢູ່ກຳ ແລະຄ່າໃຊ້ຈ່າຍອື່ນຕື່ມອີກ ບໍ່ວ່າໃນກໍລະນີໃດກໍຕາມ ຊາຍຊູ້ມີພັນທະລ້ຽງດູລູກທີ່ເກີດມານັ້ນ ຈົນກວ່າເດັກຈະຮອດກະສຽນອາຍຸສິບແປດປີ”  ຂໍ້ມູນຈາກ: …

Read More »

ຄອບຄົວສຸກສັນ!!! ໂອປໍ-ໝໍໂອກ ພານ້ອງອາລີນ-ອາລັນ ເຊັກອິນທີ່ຫຼວງພະບາງ ປະເທດລາວ ເນື່ອງໃນວັນຄ້າຍວັນເກີດ ແມ່ໂອປໍ…

ຖືເປັນຄອບຄົວຕົວຢ່າງແຫ່ງປີເລີຍກໍວ່າໄດ້ ສໍາລັບຄອບຂອງ ພິທີກອນ-ດາຣາຊື່ດັງ (ປະເທດໄທ) ໂອປໍ ແລະ ໝໍໂອກ ພ້ອມດ້ວຍລູກສາວ-ລູກຊາຍຝາແຝດ ນ້ອງລີນ-ອາລັນ ເພາະຖ້າໃຜໄດ້ຕິດຕາມຄອບຄົວນີ້ຢູ່ ກໍຈະຕ້ອງຫຼົງຮັກໃນຄວາມອົບອຸ່ນຂອງພໍ່ໂອກ-ແມ່ໂອບ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງອາລີນ-ອາລັນ ແບບຫ້າມໃຈບໍ່ຢູ່ກັນເລີຍແຫຼະ! ຄືດັ່ງແອັດມິ້ນເອງກໍເປັນຄົນໜຶ່ງທີ່ຕິດຕາມຄອບຄົວນີ້ຢູ່ ແລະ ກໍຮູ້ສຶກວ່າຫຼົງຮັກຄອບຄົວນີ້ແຮງງງງ… ແລະ ມື້ຶ້ວານນີ້ ວັນທີ 16 ທັນວາ ກໍເປັນວັນຄ້າຍວັນເກີດຂອງ ແມ່ໂອປໍ ເຊິ່ງກໍມີແຟນຄຣັບເຂົ້າໄປອວຍພອນເປັນຈໍານວນຫຼວງຫຼາຍ!! ເພື່ອເພີ່ມຄວາມພິເສດໃຫ້ກັບວັນຄ້າຍວັນເກີດຂອງແມ່ໂອບ ພໍ່ໂອກ ກໍໄດ້ພາເມຍສຸດທີ່ຮັກ ແລະ ລູກໆ ມາຜ່ອນຄາຍ ເຊັກອິນທີ່ຫຼວງພະບາງ ເຊິ່ງບອກເລີຍວ່າ ໜ້າຮັກກັນທັງຄອບຄົວເລີຍແຫຼະ!!! ບັນຍາກາດຈະເປັນແນວໃດນັ້ນ ແອັດມິ້ນກໍໄດ້ເອົາມາຕ້ອນທຸກຄົນນໍາ… ພ້ອມກັບຂໍອວຍພອນເນື່ອໃນວັນຄ້າຍວັນເກີດຂອງແມ່ໂອປໍ ຂໍໃຫ້ມີຄວາມສຸກ ແລະ ເປັນທີ່ຮັກຂອງທຸກຄົນແບບນີ້ຕະຫຼອດໄປເດີ້… ຄອບຄົວສຸກສັນ   ແມ່ສຸດ Strong ຂອບໃຈຮູບພາບຈາກ: Facebook: opal panisara official

Read More »