ສຸດຍອດຫຼາຍ!! ເຈນນີ່ Miss World Laos 2017 ໄດ້ຮັບລາງວັນ “ຄົນທີ່ຜ່ານຜ່າອຸປະສັກສູ່ຄວາມສໍາເລັດ” ໃນສາຂາແມ່ຍິງລາວຜູ້ສົ່ງເສີມສາຍສໍາພັນດີເດັ່ນລາວ-ໄທ ທີ່ປະເທດໄທ… ຖືວ່າເປັນນາງງາມລາວອີກຄົນໜຶ່ງທີ່ມີທັງຄວາມງາມ ແລະ ຄວາມສາມາດຫຼາຍພໍສົມຄວນ ສໍາລັບສາວຄົນນີ້ ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ ທີ່ເລີ່ມເປັນທີ່ຮູ້ຈັກ ແລະ ໂດ່ງດັງຫຼັງຈາກໄດ້ຮັບຕໍາແໜ່ງ Miss World Laos 2017 ຫຼັງຈາກໄປປະຕິບັດໜ້າທີ່ໃນຖານະນາງງາມຕົວແທນປະເທດລາວເທິງເວທີ Miss World 2017 ສໍາເລັດລົງ ເຈນນີ່ ກໍເດີນສາຍໃນວົງການບັນເທີງເກືອບທຸກຢ່າງບໍ່ວ່າຈະເປັນ ນາງແບບ, ພິທີກອນ… ນອກຈາກນັ້ນ ຍັງເປັນຜູ້ບໍລິຫານຄ່າຍ ຕົ້ນຄໍາ ໂມເດລລິ່ງ ອີກດ້ວຍ. ເຊິ່ງທີ່ຜ່ານມານອກຈາກຈະເຮັດວຽກໃນວົງການບັນເທີງໄດ້ແບບບໍ່ຂາດຕົກບົກຜ່ອງແລ້ວ ຖ້າໃຜທີ່ຕິດຕາມ ເຈນນີ່ ຢູ່ກໍຈະຮູ້ວ່າ ນາງຍັງເປັນດາຣາໃຈບຸນອີກຄົນໜຶ່ງທີ່ມັກຊ່ວຍເຫຼືອສັງຄົມຢູ່ເກືອບທຸກຢ່າງເລີຍກໍວ່າໄດ້… ແລະ ມື້ວານນີ້ ສາວເຈນນີ່ກໍໄດ້ ໂພສຂ່າວດີຜ່ານ Facebook ສ່ວນຕົວ Tonkham Phonchanheuang “ກ່ອນອື່ນຫມົດເຈນຂໍຂອບໃຈ ນາຍົກສະມາຄົມພັດທະນາໄວລຸ້ນໄທ …
Read More »Home
ມາເບິ່ງເຫດຜົນທີ່ແມ່ຍິງເລືອກທີ່ຈະຢູ່ເປັນ “ໂສດ” ບໍ່ແມ່ນບໍ່ມີໃຜເອົາ… ແຕ່ຢາກຈະໂສດແບບງາມໆ ແລະ ມີຄຸນຄ່າ!!!
ເຄີຍສົງໃສບໍ່ວ່າ ບັນດາຜູ້ຍິງທີ່ເກັ່ງ, ໂປຣຟາຍເລີດ, ມີຄວາມສະຫຼາດ, ໄຫວພິບດີ ແລະ ເປັນແມ່ຍິງຍຸກໃໝ່ ມີຄວາມປະສົບຜົນສຳເລັດໃນໜ້າທີ່ການງານ ເປັນຫຍັງສາວໆເຫຼົ່ານັ້ນຄືຍັງຄອງຕົວເປັນ “ໂສດ” ບໍ່ມີແຟນຈັກເທື່ອ? ເປັນຄຳຖາມທີ່ຄ້າງຄາໃຈໃຜຫຼາຍໆຄົນ, ດັ່ງນັ້ນ ຈຶ່ງມີການວິໄຈ, ເຮັດບົດສະຫຼຸບ ແລະ ກໍໄດ້ພົບຄໍາຕອບ 5 ຂໍ້ດັ່ງຕໍ່ໄປນີ້ ແມ່ນເຫດຜົນຫຼັກຂອງບັນດາສາວໆທີ່ຍັງໂສດທັງຫຼາຍ….. ນາງໃຫ່ຍກວ່າທີ່ຈະ ອອກເດດເພື່ອຫາຄູ່ ສ່ວນຫຼາຍແມ່ຍິງເຫຼົ່ານີ້ຈະບໍ່ເສຍເວລາ ຫຼື້ ພະລັງງານໃຫ້ກັບຜູ້ຊາຍທີ່ເບິ່ງບໍ່ເຫັນອະນາຄົດ ແຕ່ບໍ່ໄດ້ໝາຍວ່າພວກນາງບໍ່ໄດ້ສົນໃຈເລື່ອງການອອກເດດ ພຽງແຕ່ບໍ່ສົນໃຈການອອກເດດແບບສວຍໂອກາດ ສູ້ເອົາເວລາໄປອອກກຳລັງກາຍ ເບິ່ງແຍງໂຕເອງໃຫ້ງາມໆ ດີກວ່າຕ້ອງອອກເດດກັບຜູ້ຊາຍທີ່ນາງຮູ້ສຶກວ່າບໍ່ແມ່ນ ແຕ່ຖ້າມີຄົນທີ່ຮູ້ສຶກວ່າແມ່ນຜ່ານເຂົ້າມາ ນາງກໍພ້ອມໄປອອກເດດກັບຜູ້ຊາຍຄົນນັ້ນດ້ວຍຄວາມຕື່ນເຕັ້ນ ແລະ ພໍໃຈ. 2. ນາງບໍ່ມັກເພດສຳພັນທີ່ໄຮ້ຄວາມໝາຍ ເຖິງແມ່ນວ່າສັງຄົມສະໄໝນີ້ຈະບໍ່ຊີຣຽດກັບເລື່ອງເຊັກສ໌ ແຕ່ສຳລັບພວກນາງແລ້ວ ຈະບໍ່ມີວັນຫຼຸດຄ່າຂອງຕົວເອງໄປກ່ຽວກັບຜູ້ຊາຍທີ່ຫວັງພຽງຮ່າງກາຍ ຫຼື ມີເພດສຳພັນພຽງຂ້າມຄືນເດັດຂາດ ເພາະເຊັກສ໌ຕ້ອງເກີດຈາກຄວາມຮັກ ແລະ ເຂົ້າໃຈກັນເທົ່ານັ້ນ. 3. ນາງບໍ່ໄດ້ເບິ່ງຫາໃຜເພື່ອມາເຕີມເຕັມໃຫ້ຊີວິດ ນາງຈະບໍ່ຍອມຈຳນົນຕໍ່ອາການເຈັບປວດຂອງພາວະສິ້ນຫວັງໃນການອອກເດດ ນາງມີຄວາມງາມ ມີວຽກວຸ້ນໆທີ່ກອງເພື່ອໃຫ້ສະສາງ ເຊິ່ງກໍຖືກໄດ້ວ່ານາງມີຄວາມສຸກກັບຊີວິດທີ່ເປັນຢູ່ …
Read More »ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ…
ສະແດງຄວາມຍິນດີນໍາ!!! ແອນ ແອນໂທເນຍ ນາງງາມຈາກໄທ (ຜູ້ຊ່ວຍແປພາສາໃຫ້ນາງງາມລາວ) ຄວ້າມຸຸງກຸດ Miss supranational ທີ່ປະເທດ ໂປແລນ… ຫຼັງຈາກການປະກວດ Miss supranational ທີ່ປະເທດຟີນແລນ ສິ້ນສຸດລົງ ກັບຜົນການຕັດສິນທີ່ເປັນເອກະສັນ ແລະ ນາງງາມຜູ້ໄດ້ຄວ້າຕໍາແໜ່ງ Miss supranational ປະຈໍາປີ 2019 ນີ້ກໍບໍ່ແມ່ນຄົນອື່ນຄົນໄກ ເປັນພີ່ນ້ອງບ້ານໃກ້ເຮືອນຄຽງຄື ສາວງາມຈາກປະເທດໄທນັ້ນເອງ ເຊິ່ງຄົນລາວຫຼາຍຄົນຄົງຈະຮູ້ຈັກກັນດີກັບສາວງາມຄົນນີ້ ເພາະຕັ້ງແຕ່ເລີ່ມເຂົ້າເກັບຕົວທີ່ ປະເທດ ໂປແລນ ສາວແອນ ກໍໄດ້ຊ່ວຍນາງງາມລາວຕົວແທນຈາກປະເທດລາວ ໃນເລື່ອງການຊ່ວຍແປ ແລະ ເວົ້າພາສາອັງກິດ (ນາງງາມຕົວແທນປະເທດລາວ ປຸລັດດາ ຊາຍດອນໂຂງ ນັ້ນເວົ້າພາສາອັງກິດບໍ່ໄດ້ (ບໍ່ດຣາມ່າເລື່ອງນີ້ເດີ້)) ແລະ ຫຼັງຈາກທີ່ ແອນ ແອນໂທເນຍ ໂພຊິ້ວ Miss supranational Thailand ໄດ້ຮັບຕໍາແໜ່ງອັນຊົງກຽດໃນຄັ້ງນີ້ໄປ ເຊິ່ງເປັນຄັ້ງປະຫວັດສາດຂອງ ປະເທດໄທ ເຊັ່ນກັນ ກໍຖືວ່າເປັນຄວາມພາກພູມໃຈຂອງຄົນໄທທັງປະເທດ ແລະ …
Read More »ເມື່ອຕ້ອງກັບມາໂສດຕອນອາຍຸ 30+ !! ຈະເຮັດແນວໃດດີ?
ເມື່ອຕ້ອງກັບມາໂສດຕອນອາຍຸ 30+ !! ຈະເຮັດແນວໃດດີ? ບໍ່ຮູ້ວ່າເປັນເພາະໂຊກຊະຕາຟ້າລິຂິດ ຫຼືວ່າແນວໃດ ເພາະມັກຈະເຫັນຄູ່ຮັກທີ່ຄົບຫາເບິ່ງໃຈກັນມາກໍຫຼາຍປີ ແຕ່ພໍຮອດໄລຍະໜຶ່ງແທນທີ່ຈະລົງເອີຍກັນແບບມີຄວາມສຸກ ແຕ່ພັດບໍ່ເປັນດັ່ງທີ່ຄິດ ເພາະມີຫຼາຍຄູ່ທີ່ເລີກກັນໄປແບບບໍ່ເຫຼືອເຍື່ອໄຍ ແລະ ມີສາວໆຫຼາຍຄົນອາຍຸກໍບໍ່ແມ່ນໜ້ອຍ ອາຍຸກໍກ້າວເຂົ້າໄປ 30-30+ ເປັນແບບນີ້ຈະເຮັດແບບໃດດີລະ… ລອງມາເບິ່ງ 3 ສິ່ງທີ່ຄວນເຮັດ ເມື່ອຕ້ອງກັບມາໂສດຕອນອາຍູ 30+… ເສີຍໃຈໃຫ້ພໍ ແຕ່ເມື່ອພໍແລ້ວຕ້ອງຢຸດ ແລະ ກ້າວຕໍ່ໄປ… ແນວວ່າຄົນອົກຫັກຈະໃຫ້ມານັ່ງເຂັ້ມແຂງ ເປັນແມ່ຍິງແກ່ງຕະຫຼອດເວລາກໍຄືຈະບໍ່ແມ່ນ ເສຍໃຈກໍຄືເສຍໃຈ ບໍ່ຈຳເປັນຈະຕ້ອງປິດບັງ ຢາກຈະຮ້ອງໃຫ້ກໍຈົ່ງຮ້ອງໃຫ້ພໍ ເມື່ອຮ້ອງໃຫ້ພໍແລ້ວກໍຈົ່ງເຊົາ ແລະ ຖິ້ມຄວາມເສຍໃຈອອກໄປໃຫ້ໝົດ ແລ້ວລຸກຂຶ້ນມາຕໍ່ສູ້ກັບກັບໂລກແຫ່ງຄວາມຈິງ 2. ກັບມາເບິ່ງແຍງຕົວເອງ ບໍ່ໄດ້ໝາຍຄວາມວ່າຈະຕ້ອງລຸກຂຶ້ນມາແຕ່ງງາມເພື່ອໃຫ້ແຟນເກົ່າເສຍດາຍ ແຕ່ໝາຍເຖິງຕ້ອງເບິ່ງແຍງຕົວເອງໃຫ້ຈິງຈັງ ຢ່າງທີ່ຮູ້ກັນວ່າເມື່ອອາຍຸເພີ່ມຂຶ້ນເລື້ອຍໆ ລະບົບຮ່າງກາຍກໍ່ບໍ່ໄດ້ແຂງແຮງຄືດັ່ງແຕ່ກ່ອນ ຮູບຮ່າງເລີ່ມບໍ່ຄືເກົ່າ, ດັ່ງນັ້ນຈຶ່ງໃຫ້ຫັນມາເບິ່ງແຍງຕົວເອງໃຫ້ດີ ແລະ ເມື່ອໃດເຮົາງາມຂຶ້ນ ສຸຂະພາບດີຂຶ້ນ ອາຍຸກໍບໍ່ສາມາດເຮັດຫຍັງເຮົາໄດ້ 3. ອອກເດີນທາງທ່ອງທ່ຽວ ກ່ອນໜ້ານີ້ຫຼາຍຄົນເຄີຍເປັນນັກສຶກສາ ພໍຮຽນຈົບກໍຟ້າວຕັ້ງໃຈເຮັດວຽກເພື່ອສ້າງຖານະຕົນເອງ ການທ່ອງທ່ຽວກໍມີຈຸດໝາຍ ມີຄວາມມ່ວນ ຕື່ນເຕັ້ນ …
Read More »ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ…
ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ… ເຊຍສາວເມ ວິຈິດຕາ Miss Universe Laos 2019 ຈົບໄປແລ້ວ ບາດນີ້ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ສາວເມ ເນລະມິດ Miss World Laos 2019 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 14 ທັນວາ ສາວເມ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວເມ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິ້ນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່ ຕັ້ງແຕ່ມື້ທີ່ໄປຢືນຕິດຂອບເວທີການປະກວດ Miss World Laos 2019 …
Read More »