ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ… ຖ້າເວົ້າເຖິງ ຫຼິງຫຼິງ ປິຍະດາ ຫຼາຍຄົນຄົງຮູ້ຈັກກັນດີ ເພາະນາງນັ້ນເປັນສາວປະເພດສອງທີ່ມີໜ້າຕາງົດງາມ ຈົນຜູ້ຍິງຍັງບໍ່ສູ້ ທີ່ເຄີຍໂດ່ງດັງໃນໂລກ Online ເມື່ອ 2-3 ປີທີ່ຜ່ານມາ ແລະ ປັດຈຸບັນ ສາວຫຼິງຫຼິງ ກໍຍັງຄົງໄດ້ຮັບຄວາມສົນໃຈຈາກແຟນຄຣັບພໍສົມຄວນຈົນມີຍອດຜູ້ຕິດຕາມໃນ Facebook ແລະ IG ເປັນຈໍານວນຫຼວງຫຼາຍ ແລະ ຖ້າໃຜທີ່ຍັງຕິດຕາມຫຼິງຫຼິງຢູ່ ກໍຈະຮູ້ວ່ານາງນັ້ນໄດ້ຜັນຕົວເອງມາເປັນເຈົ້າແມ່ແຟຊັ່ນ ສາຍນິສຕ້າ (Fashionista) ຢ່າງເຕັມຕົວ ບໍ່ວ່າຈະເປັນເສື້ອຜ້າ, ໜ້າຜົມ ຈະຕ້ອງຈັດເຕັມທຸກມື້ (Fashionista ໝາຍເຖິງ ການແຕ່ງຕົວຂອງບຸກຄົນໃດໜຶ່ງ ທີ່ມີຄວາມມັກຮັກໃນການແຕ່ງຕົວຈົນເປັນແຟຊັ່ນ ແຕ່ມີຄວາມເປັນເອກະລັກ, ເປັນຕົວຂອງຕົວເອງສູງ) ເຊິ່ງວ່າ Fashionista ຂອງ ຫຼິງຫຼິງ ຈະເທ່, ຈະເກ໋, ຈະງາມ ຂະໜາດໃດນັ້ນ ມື້ນີ້ ຂວັນໃຈກໍໄດ້ນໍາເອົາຮູບພາບມາຕ້ອນສາວໆກັນນໍາ!!! ຖ້າໃຜທີ່ເປັນສາຍ Fashion …
Read More »Home
ເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງ ຕ້ອງເອົາໄປຊື້ສິ່ງທີ່ຕ້ອງການໃຫ້ຄຸ້ມຄ່າເມື່ອຍ!! ແລ້ວທ້າຍເດືອນກໍຕ້ອງມານັ່ງອຸກໃຈ ເງິນບໍ່ພໍຈ່າຍ-ບໍ່ເຫຼືອເງິນເກັບ… ຕ້ອງຮູ້ຕັດລາຍຈ່າຍທີ່ບໍ່ເປັນອອກ!!!
“ຄິດໃຫ້ໄດ້ ໃຊ້ໃຫ້ເປັນ” ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ເຊິ່ງວາລະສານຂວັນໃຈສະບັບນີ້ ໄດ້ນຳເອົາວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ. ອຸປະກອນເອເລັກໂຕຼນິກ ເຖິງວ່າສະໄໝນີ້ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງໃຊ້ເງິນໄປກັບການຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ເຫຼືອຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ ເຄື່ອງຕົກແຕ່ງເຮືອນ ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບເຮືອນນັ້ນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ. ລົດ ສຳລັບຄົນຮັກລົດ ເມື່ອເຫັນລົດລຸ້ນໃໝ່ໆ ກໍອົດໃຈບໍ່ໄດ້ທີ່ຢາກຊື້ລົດໃໝ່ ແລະ ພະຍາຍາມຊອກຫາຈຸດບົກຜ່ອງ ຫລື …
Read More »ນີ້ແຫຼະແມ່ຍິງລາວ!! ລວມນາງງາມຕົວແທນປະເທດລາວ ທີ່ໄປຄວ້າລາງວັນໃນເວທີລະດັບສາກົນ ປະຈໍາປີ 2019… ແຕ່ລະຄົນບໍ່ທໍາມະດາອີ່ຫຼີ!!!
ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ!!! ຄໍາເວົ້ານີ້ ເປັນຄໍາເວົ້າທີ່ ຂວັນໃຈ ຕັ້ງຂຶ້ນ ແລະ ເຊື່ອຢ່າງສຸດໃຈ ຕັ້ງແຕ່ເລີ່ມເປີດ ວາລະສານ ຂວັນໃຈ ແລະ ຕັ້ງໂຕເອງວ່າເປັນວາລະສານແມ່ຍິງ ອັນດັບຕົ້ນໆຂອງປະເທດລາວ ທີ່ສົ່ງເສີມແມ່ຍິງລາວໃຫ້ກ້າວຂຶ້ນສູ່ຄວາມເປັນສາກົນມາໂດຍຕະຫຼອດ. ຕະຫຼອດໄລຍະ 10 ກວ່າປີ ທີ່ວາລະສານ ຂວັນໃຈ ເຮັດໜ້າທີ່ນໍາສະເໜີຂ່າວສານ-ສາລະໜ້າຮູ້ຕ່າງໆ ທີ່ເຊື່ອວ່າຈະເປັນປະໂຫຍດແກ່ແມ່ຍິງລາວຫຼາຍທີ່ສຸດ ແລະ ຂວັນໃຈ ກໍໄດ້ເຫັນເຖິງພັດທະນາຄວາມສາມາດຂອງແມ່ຍິງລາວ ທີ່ນັບມື້ນັບກ້າວຂຶ້ນ ມີບົດບາດທຽບເທົ່າກັບຫຼາຍໆປະເທດໃນສາກົນ ໂດຍເຮົາຈະມັກເຫັນຂ່າວຄາວມາຕະຫຼອດວ່າ ແມ່ຍິງລາວເທິງເວທີສາກົນ, ແມ່ຍິງລາວຄວ້າລາງວັນຈາກເວທີນັ້ນນີ້… ຄືດັ່ງບັນດານາງງາມລາວທີ່ມີໂອກາດໄປປະກວດເວທີລະດັບສາກົນ ແລະ ລະດັບໂລກ ແລ້ວສາມາດຍາດລາງວັນມາໄດ້ ທີ່ ຂວັນໃຈ ຈະມານໍາສະເໜີໃນມື້ນີ້ ເພື່ອເປັນການຕອກຍໍ້າວ່າ ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ… ເລີ່ມຈາກນາງງາມຈາກເວທີ Miss Teen Laos ທີ່ຫາກໍປະກວດມາໃໝ່ໆມາດໆ ຄືນ້ອງ ໂສລະຍາ ລີນ ຄອນດີ ຕົວແທນປະເທດລາວໄດ້ເດີນທາງໄປປະກວດ Miss …
Read More »ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!!
ເມື່ອຄວາມຮັກເຮັດໃຫ້ທໍລະມານ… ສິ່ງທີ່ຈະຕ້ອງເຮັດຄືກັບມາຮັກຕົວເອງໃຫ້ເປັນ!!! ເລື່ອງຂອງການອົກຫັກ, ຄວາມໝົດຫວັງ, ຄວາມຜິດພາດ ທຸກຄົນລ້ວນແລ້ວແຕ່ເຄີຍປະສົບພົບພໍ້ກັນມາໝົດ ເພາະຊີວິດຄົນເຮົາທຸກຄົນ ບໍ່ມີໃຜທີ່ຈະປະສົບກັບຄວາມສົມຫວັງໄດ້ 100% ແຕ່ເຮົາຈະສາມາດຮັບມືກັບສິ່ງເຫຼົ່ານັ້ນໄດ້ແບບໃດ ຖ້າສະໝອງຂອງເຮົາຍັງຈົດຈຳ ແຕ່ເລື່ອງທີ່ ເຂົາເຮັດໃຫ້ຈິດໃຈເຮົາມີແຕ່ຄວາມເຈັບປວດ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງດຳເນີນຊີວິດຕໍ່ໄປໃຫ້ໄດ້ເພື່ອຄົນທີ່ຮັກເຮົາ ເຊັ່ນໝູ່ເພື່ອນ ແລະ ຄອບຄົວ ຈົ່ງໃຫ້ໂອກາດຕົວເອງ ປົດປ່ອຍເລື່ອງລາວ ແລະ ເລີ່ມຕົ້ນໃໝ່ອີກຄັ້ງ ໂດຍການອອກໄປທ່ອງທ່ຽວ ກັບຄອບຄົວ ແລະ ໝູ່ເພື່ອນ ເພື່ອຮຽນຮູ້ສິ່ງໃໝ່ໆ ເລືອກຫຼີ້ນກິດຈະກໍາ ທີ່ມີການເຄື່ອນໄຫວຕໍ່ຮ່າງກາຍ ເມື່ອໄດ້ມີໂອກາດອອກໄປທ່ອງທ່ຽວແລ້່ວ ກໍຕ້ອງໄປບ່ອນທີ່ ບໍ່ເຄີຍໄປ ເພື່ອລອງໄປສໍາພັດຜູ້ຄົນທີ່ບໍ່ເຄີຍພົບມາກ່ອນ ເມື່ອທ່ານຕ້ອງການລະບາຍ ກໍໄຫ້ອອກມາຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະການໄຫ້ອອກມານັ້ນ ສາມາດປົດປ່ອຍຄວາມທຸກໃຈອອກມາພ້ອມກັບນໍ້າຕາ ເພື່ອເຮັດໃຫ້ສະບາຍໃຈຂຶ້ນໄດ້ ໃນເວລາຕໍ່ໄປ ຫຼັງຈາກນັ້ນ, ກໍໃຫ້ອະໄພຕົນເອງ ທີ່ເຄີຍເສຍນໍ້າຕາ-ເສຍໃຈ ໃຫ້ກັບຄົນໆນັ້ນ ແລ້ວກັບມາຢູ່ກັບຕົວເອງ ເລືອກເຮັດວຽກທີ່ ເຮັດເພື່ອສັງຄົມດີກວ່າ ຫາກມີເວລາວາງກໍໃຫ້ນັ່ງສຳມາທິ ສວາດມົນຂໍພອນ ພະລັງແຫ່ງສໍາມາທິ ຈະສາມາດຊ່ວຍໃຫ້ທ່ານສະບາຍທັງກາຍ …
Read More »ຊຶ້ງໃຈແທນນ້ອງໆ! ອາດີດນັກຮ້ອງລູກທົ່ງຊື່ດັງ ເມກຂະຫຼາ ບໍລິຈາກເຄື່ອງກັນໜາວໃຫ້ເດັກນ້ອຍເຂດຫ່າງໄກ ພ້ອມເຜີຍ “ຢາກໃຫ້ຍ້ອນຕົນເອງເຄີຍຢູ່ຈຸດນັ້ນມາກ່ອນ”
ຖ້າຈະເວົ້າເຖິງເລື່ອງໂອກາດນັ້ນ ຫຼາຍທີ່ກໍາລັງອ່ານຢູ່ນີ້ຄົງຈະຮູ້ຈັກ ແລະ ໄດ້ຮັບໂອກາດອັນດີທີ່ສຸດແລ້ວ ຖ້າທຽບກັບເດັກນ້ອຍທີ່ຢູ່ເຂດຫ່າງໄກອີກຫຼາຍພັນຄົນ ທີ່ບາງຄົນນັ້ນບໍ່ຮູ້ຈັກຮອດຄໍາວ່າ ໂອກາດ ໃນຊີວິດຂອງເຂົາແມ່ນຫຍັງ? ຄືດັ່ງທີ່ໄລຍະຜ່ານມານີ້ທີ່ເລີ່ມເຂົ້າລະດູໜາວ ແລະ ໜາວແຮງເມື່ອອາທິດທີ່ຜ່ານມາ ກໍໄດ້ມີຂ່າວຄາວອອກມາຢ່າງຫຼວງຫຼາຍວ່າ ຍັງມີພໍ່ແມ່ປະຊາຊົນ ແລະ ເດັກນ້ອຍລາວອີກຫຼາຍຄອບຄົວໃນເຂດຫ່າງໄກທີ່ຂາດແຄນຜ້າຫົ່ມ, ເຄື່ອງນຸ່ງ ແລະ ເຄື່ອງກັນໜາວຕ່າງໆ ເຊິ່ງກໍໄດ້ມີການຮັບບໍລິຈາກ ຈາກຜູ້ທີ່ໄດ້ຮັບໂອກາດໃນຊີວິດຫຼາຍທ່ານໄປບໍລິຈາກແກ່ຄົນເຫຼົ່ານັ້ນ… ກໍຖືວ່າເປັນການແບ່ງປັນນໍ້າໃຈຂອງຄົນຮ່ວມຊາດທີ່ດີທີ່ສຸດ!!! ຄືດັ່ງກັບ ອາດີດນັກຮ້ອງລູກທົ່ງສາວຊື່ດັງ ສຽງດີ ເມກຂະຫຼາ ສະບາພອນ ທີ່ປັດຈຸບັນຜັນຕົວເອງມາເຮັດທຸລະກິດຢ່າງເຕັມຕົວ ກໍໄດ້ນໍາເຄື່ອງກັນໜາວໄປບໍລິຈາກແກ່ເດັກນ້ອຍ ແລະ ພໍ່ແມ່ປະຊາຊົນລາວທີ່ຢູ່ເຂດຫ່າງໄກ ທີ່ຍັງຂາດແຄນຫຼາຍຢ່າງ ມັນເປັນໂມເມັ້ນທີ່ໜ້າປະທັບໃຈຫຼາຍ. ໂດຍ ເມກຂະຫຼາໄດ້ໂພສຮູບພາບດັ່ງກ່າວຜ່ານ Facebook ສ່ວນຕົວພ້ອມຂຽນແຄັບຊັ່ນຊຶ້ງໆວ່າ “ທີ່ ເມກຂະຫຼາ ມາປຸກລະດົມທຶນບໍລິຈາກ ເພຶ່ອແບ່ງປັນນຳ້ໃຈມອບອາຍອຸ່ນນີ້ ບໍ່ແມ່ນຍ້ອນເມກຂະຫຼາ ເປັນຄົນໃຈດີ, ເປັນຄົນໃຈບຸນ, ເປັນຄົນລໍ້າລວຍດອກ ແຕ່ເປັນຍ້ອນ ເມກຂະຫຼາ ເຄີຍພ່ານຈຸດນີ້ມາກ່ອນ ຈິ່ງເຂົ້າໃຈຄວາມຮູ້ສຶກດີ #ເຈົ້າເຄີຍບໍ່ເກັບເຂົ້າໝົມອົມທີ່ເຮ່ຍມີຂີ້ດີນຕິດແລ້ວມາອົມຕໍ່? #ເຈົ້າເຄີຍນຸງເສຶ້ອກັນໜາວໂຕດຽວຮອດ3-4ປີບໍ່? #ເຈົ້າເຄີຍນອນຮົ່ມຜ້າຮົ່ມຜຶນດຽວຮອດ3-4ຄົນດຶງຊາຍຫວິດຂົວດຶງຂົວຫວິດຊາຍບໍ່? #ເຈົ້າເຄີຍກີນໄຂ່ໜ່ວຍ1ແບ່ງ4ບໍ່? #ຄຳຖາມທີ່ຖາມມານັ້ນເມກຂະຫຼາຍຜ່ານມາໝົດແລ້ວ #ມີຢ່າງດຽວທີ່ເມກຂະຫຼາບໍ່ໃດ້ຜ່ານຄຶການໃດ້ຮັບເຄຶ່ອງຂອງຟີ ມີການບໍລິຈາກແບບນີ້ໃນຕອນຍາມນ້ອຍ. ເມກຂະຫຼາຈຶ່ງຢາກມອບໃຫ້ …
Read More »