Breaking News

Kuanjaitaem Kuanjai page

ເມື່ອຕ້ອງກັບມາໂສດຕອນອາຍຸ 30+ !! ຈະເຮັດແນວໃດດີ? 

ເມື່ອຕ້ອງກັບມາໂສດຕອນອາຍຸ 30+ !! ຈະເຮັດແນວໃດດີ?  ບໍ່ຮູ້ວ່າເປັນເພາະໂຊກຊະຕາຟ້າລິຂິດ ຫຼືວ່າແນວໃດ ເພາະມັກຈະເຫັນຄູ່ຮັກທີ່ຄົບຫາເບິ່ງໃຈກັນມາກໍຫຼາຍປີ ແຕ່ພໍຮອດໄລຍະໜຶ່ງແທນທີ່ຈະລົງເອີຍກັນແບບມີຄວາມສຸກ ແຕ່ພັດບໍ່ເປັນດັ່ງທີ່ຄິດ ເພາະມີຫຼາຍຄູ່ທີ່ເລີກກັນໄປແບບບໍ່ເຫຼືອເຍື່ອໄຍ ແລະ ມີສາວໆຫຼາຍຄົນອາຍຸກໍບໍ່ແມ່ນໜ້ອຍ ອາຍຸກໍກ້າວເຂົ້າໄປ 30-30+ ເປັນແບບນີ້ຈະເຮັດແບບໃດດີລະ… ລອງມາເບິ່ງ 3 ສິ່ງທີ່ຄວນເຮັດ ເມື່ອຕ້ອງກັບມາໂສດຕອນອາຍູ 30+… ເສີຍໃຈໃຫ້ພໍ ແຕ່ເມື່ອພໍແລ້ວຕ້ອງຢຸດ ແລະ ກ້າວຕໍ່ໄປ… ແນວວ່າຄົນອົກຫັກຈະໃຫ້ມານັ່ງເຂັ້ມແຂງ ເປັນແມ່ຍິງແກ່ງຕະຫຼອດເວລາກໍຄືຈະບໍ່ແມ່ນ ເສຍໃຈກໍຄືເສຍໃຈ ບໍ່ຈຳເປັນຈະຕ້ອງປິດບັງ ຢາກຈະຮ້ອງໃຫ້ກໍຈົ່ງຮ້ອງໃຫ້ພໍ ເມື່ອຮ້ອງໃຫ້ພໍແລ້ວກໍຈົ່ງເຊົາ ແລະ ຖິ້ມຄວາມເສຍໃຈອອກໄປໃຫ້ໝົດ ແລ້ວລຸກຂຶ້ນມາຕໍ່ສູ້ກັບກັບໂລກແຫ່ງຄວາມຈິງ 2. ກັບມາເບິ່ງແຍງຕົວເອງ ບໍ່ໄດ້ໝາຍຄວາມວ່າຈະຕ້ອງລຸກຂຶ້ນມາແຕ່ງງາມເພື່ອໃຫ້ແຟນເກົ່າເສຍດາຍ ແຕ່ໝາຍເຖິງຕ້ອງເບິ່ງແຍງຕົວເອງໃຫ້ຈິງຈັງ ຢ່າງທີ່ຮູ້ກັນວ່າເມື່ອອາຍຸເພີ່ມຂຶ້ນເລື້ອຍໆ ລະບົບຮ່າງກາຍກໍ່ບໍ່ໄດ້ແຂງແຮງຄືດັ່ງແຕ່ກ່ອນ ຮູບຮ່າງເລີ່ມບໍ່ຄືເກົ່າ, ດັ່ງນັ້ນຈຶ່ງໃຫ້ຫັນມາເບິ່ງແຍງຕົວເອງໃຫ້ດີ ແລະ ເມື່ອໃດເຮົາງາມຂຶ້ນ ສຸຂະພາບດີຂຶ້ນ ອາຍຸກໍບໍ່ສາມາດເຮັດຫຍັງເຮົາໄດ້ 3. ອອກເດີນທາງທ່ອງທ່ຽວ ກ່ອນໜ້ານີ້ຫຼາຍຄົນເຄີຍເປັນນັກສຶກສາ ພໍຮຽນຈົບກໍຟ້າວຕັ້ງໃຈເຮັດວຽກເພື່ອສ້າງຖານະຕົນເອງ ການທ່ອງທ່ຽວກໍມີຈຸດໝາຍ ມີຄວາມມ່ວນ ຕື່ນເຕັ້ນ …

Read More »

ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ…

ຮ່ວມສົ່ງໃຈເຊຍ!! ເມ ເນລະມິດ MISS WORLD LAOS 2019 ຈະຂຶ້ນເວທີປະກວດໃນມື້ອື່ນ ທີ່ປະເທດອັງກິດ… ເຊຍສາວເມ ວິຈິດຕາ Miss Universe Laos 2019 ຈົບໄປແລ້ວ ບາດນີ້ເຮົາມາເອົາໃຈຊ່ວຍ ເອົາໃຈເຊຍ ສາວເມ ເນລະມິດ Miss World Laos 2019 ກັນເທາະ! ເພາະວ່າ ມື້ອື່ນ ວັນທີ 14 ທັນວາ ສາວເມ ຂອງເຮົາກໍຈະໄດ້ຂຶ້ນສູ່ເວທີການປະກວດ Miss World 2019 ຢູ່ທີ່ກຸງລອນດອນ ປະເທດອັງກິດແລ້ວ ແນວໃດຄົນລາວເຮົາກໍຢ່າລືມສົ່ງກໍາລັງໃຈໄປເຊຍ ສາວເມ ນໍາກັນຫຼາຍໆເດີ້! ເພາະວ່າ ທຸກໆການປະກວດແມ່ນໄປໃນນາມຕາງໜ້າປະເທດຊາດ, ທຸກໆການແຂ່ງຂັນແມ່ນເພື່ອໃບໜ້າໃບໜ້າຂອງປະເທດຊາດ ແລະ ທຸກໆສາຍສະພາຍແມ່ນຂອງຄົນລາວເຮົາທຸກຄົນ… ສ່ວນແອັດມິ້ນເອງແມ່ນເອົາໃຈຊ່ວຍ ແລະ ເອົາໃຈເຊຍເຕັມທີ່ ຕັ້ງແຕ່ມື້ທີ່ໄປຢືນຕິດຂອບເວທີການປະກວດ Miss World Laos 2019 …

Read More »

ແມ່ນຄວາມຈິງ ຫຼືບໍ່? 5 ພຶດຕິກໍາຂອງມະນຸດເງິນເດືອນ ທີ່ເກືອບ 90% ເປັນແບບນີ້!!!

ແມ່ນຄວາມຈິງ ຫຼືບໍ່? 5 ພຶດຕິກໍາຂອງມະນຸດເງິນເດືອນ ທີ່ເກືອບ 90% ເປັນແບບນີ້!!! ລາຊາເງິນຜ່ອນ: ເມືອເລີ່ມມີເງິນເດືອນປະຈຳບັນດາທະນາຄານຕ່າງໆ ກໍພ້ອມຍິນດີຢືນຂໍ້ສະເໜີໃຫ້ມີບັດເຄດິດ ໄວ້ໃຊ້ໃນຢາມສຸກເສີນດ້ວຍວົງເງິນທີ່ຫຼາຍກວ່າອາດຈະເຮັດໃຫ້ຫຼາຍຄົນຕື່ນຕາຕື່ນໃຈ ເພາະເລີ່ມເຫັນທາງທີ່ຈະໄດ້ສິ່ງຂອງໄດ້ມາຢ່າງງ່າຍດາຍ ແຕ່ຖ້າໃຊ້ກັບສິ່ງຂອງຊຸມເຟືອຍ ແລະ ຜ່ອນຈ່າຍບໍ່ຖືກກຳນົດໃນທີ່ສຸດດອກເບ້ຍຈະເພີ່ມຂຶ້ນຈົນກາຍເປັນບັນຫາ. ສັງຄົມອອນໄລ໌: ຄົນເຮັດວຽກໃໝ່ຫຼາຍຄົນມັກຕິດ ພາບໃນໂລກສັງຄົມອອນໄລ໌ຂອງໝູ່ເພື່ອນທີ່ມັກໂພສ໌ແຕ່ເລື່ອງດີໆ, ຫຼູໆ, ຮ້ານອາຫານດັງໆ, ເສື້ອຜ້າງາມໆ ຂອງແບຣນເນມຕ່າງໆ ຈຶ່ງເຮັດໃຫ້ເກີດຄວາມຢາກໄດ້ຢາກມີ, ຈົນຍອມທຸ່ມເງິນເດືອນ ຫຼື ຍອມເປັນລາຊາເງິນຜ່ອນ ເພື່ອໃຫ້ໄດ້ຂອງເຫຼົ່ານັ້ນ ໂດຍບໍ່ຄິດເຖິງວ່າມັນເໝາະສົມກັບລາຍໄດ້ຂອງຕົນເອງ ຫຼື ບໍ່, ເພາະຄົນເຮັດວຽກໃໝ່ສະໄໝນີ້ມີ ທັດສະນະຄະຕິທີ່ວ່າ “ເສຍເງິນບໍ່ວ່າ ແຕ່ເສຍໜ້າບໍ່ໄດ້” ຊິວິດຫຼູຫຼາ: ຄົນເຮັດວຽກຍຸກໃໝ່ໃຊ້ຊີວິດຕ່າງຈາກຄົນລຸ້ນກ່ອນ, ດ້ວຍສັງຄົມ, ຄ່ານິຍົມ, ທັດສະນະຄະຕິທີ່ປ່ຽນໄປເມືອຊີວິດເລີ່ມຕົ້ນການເຮັດວຽກ ເລີຍຢາກຈະມີຊັບສິນເປັນຂອງຕົນເອງເຊັ່ນ ເຮືອນ, ລົດໃໝ່,… ເພື່ອໂຊຊີວິດສຸດຫຼູ ໂດຍບໍ່ໄດ້ຄິດຫາລາຍໄດ້ ຫຼື ຄວາມໝັ້ນຄົງໃນອາຊີບທີ່ເຮັດຢູ່, ບາງຄົນມີລາຍໄດ້ໜ້ອຍ ແຕ່ຄິດຊື້ທັງລົດ ແລະ ເຮືອນ ສຸດທ້າຍຄ່າໃຊ້ຈ່າຍເພີ່ມຂຶ້ນ ກັບກາຍເປັນຈະເປັນໜີ້ ແລະ …

Read More »

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!!

“ຮັກມະຍ່ອມມະແຍ່ມ” ກຽມລະເບີດຄວາມຮາແບບຈັດເຕັມ ແຕ່ວັນທີ 19-29 ທັນວານີ້ື ທຸກໂຮງຮູບເງົາ… ກາລັນຕີຄວາມຮາ ໂດຍຜູ້ກໍາກັບຊື່ດັງ ເຈ້ຍ ປາຊີຟິກ!!! ອົດໃຈຖ້າອີກໜ້ອຍດຽວ ກໍຈະໄດ້ຮາແບບເຕັມຮູບແບບແລ້ວ ສໍາລັບຮູບເງົາແຫ່ງປີທີ່ທຸກຄົນຄອຍຖ້າມາດົນ “ຮັກມະຍ່ອມມະແຍ່ມ” ຜົນງານການກັບກໍາຂອງຜູ້ກໍາກັບແຖວໜ້າຂອງປະເທດລາວຄື ອ້າຍ ເຈ້ຍ ປາຊີຟິກ ແລະ ໄດ້ທີ່ປຶກສາຈາກຜູ້ກໍາກັບຊື່ດັງຈາກປະເທດເພື່ອນບ້ານຫຼາຍຄົນ ໃນນັ້ນກໍມີຜູ້ກໍາກັບ ແລະ ຕະລົກຊື່ດັງຄື ອ້າຍໝໍ່າ ຈົກມົກ ເຂົ້າຮ່ວມສະແດງນໍາ ເຊິ່ງງານນີ້ບອກໄດ້ເລີຍວ່າ ບໍ່ຮາ, ບໍ່ມັນ ບໍ່ແມ່ນຜົນງານຂອງ ອ້າຍເຈ້ຍ… ໃນຮູບເງົາເລື່ອງນີ້ແມ່ນເຕັມໄປດ້ວຍນັກສະແດງມືອາຊີບຈາກທັງໄທ ແລະ ລາວ ຮ່ວມສະແດງນໍາ ເຊັ່ນ: ນຸ້ຍ ສຸພາພອນ, ນູ່ນີ່, ແກ້ວຕາ, ໂອລ່າ ແບລກອ່າຍ, ອ້າຍຕູ່, ສາວ ວາວ (ນັກສະແດງຈາກໄທ), ໜຸ່ມເອັກ  (ນັກສະແດງຈາກໄທ) ແລະ ດາວຕະລົກອີກຫຼາກຫຼາຍ… ເຊິ່ງຮູບເງົາ “ຮັກມະຍ່ອມມະແຍ່ມ” ກໍໄດ້ຈັດງານເປີດຕົວ ແລະ …

Read More »

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ຄັ້ງທຳອິດ ທີ່ PIS

ງານສະເຫຼີມສະຫຼອງວັນຄຣິສມາສ Wonderland ໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ, ຈັດຂຶ້ນໂດຍທາງສະພານັກຮຽນຊັ້ນມັດທະຍົມຕອນປາຍຂອງ ໂຮງຮຽນ ນານາຊາດ ປັນຍາທິບ, ໃນວັນທີ 7 ທັນວາ ທີ່ ໂຮງຮຽນ ນານາຊາດ ປັນຍາທິບ, ວິທະຍາເຂດຊັ້ນມັດທະຍົມ, ສະພານທອງ, ນະຄອນຫຼວງວຽງຈັນ ໃນເວລາ 6 ໂມງແລງ, ໄດ້ມີ ‘ການສະເຫຼີມສະຫຼອງງານດັ່ງກ່າວໂດຍການເປີດໄຟແສງສີ’ ຢ່າງເປັນທາງການ,​ ກ່າວເປີດງານໂດຍທ່ານນາງ ປາດຖະໜາ ປັນຍາທິບ, ຜູ້ອໍານວຍການ ແລະ ຜູ້ກໍ່ຕັ້ງໂຮງຮຽນ ນານາຊາດ ປັນຍາທິບ ເປັນຜູ້ເປີດໄຟຕົ້ນຄຣິສມາສທີ່ມີຄວາມສູງ 10 ແມັດ ແລະ ໄຟແສງສີອື່ນໆທີ່ມີຄວາມຍາວ 6.5 ກິໂລ ທົ່ວງານ. ມີຜູ້ເຂົ້າຮ່ວມງານຫຼາຍກ່ວາ 1,400 ຄົນ. ງານຄັ້ງນີ້, ຈັດຂຶ້ນກໍເນື່ອງໃນໂອກາດວັນຄຣິສມາສ ທີ່ກໍາລັງຈະມາຮອດມາເຖິງນີ້, ໄດ້ມີຕະຫຼາດນັດ ມີສິນຄ້າຫຼາກຫຼາຍຢ່າງມາວາງສະແດງໃຫ້ເລືອກຊົມ ແລະ ເລືອກຊື້. ງານດັ່ງກ່າວໄດ້ກາຍເປັນບ່ອນທ່ຽວຊົມທີ່ໜ້າສົນໃຈຫຼາຍສໍາລັບຄອບຄົວ ລວມທັງມີຕະຫຼາດຄຣິສມາສ, …

Read More »