Breaking News

Kuanjaitaem Kuanjai page

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ…

ໂອ໊ຍ ລູກກກ!! ເມື່ອພໍ່ຟຣຸກ-ແມ່ແອັບເປິ່ນ ຈັບນ້ອງຈູນີ່ ມາຖ່າຍແບບເປັນຄັ້ງທໍາອິດ ບອກໄດ້ເລີຍວ່າງານນີ້ປ້າໆ ນ້າໆໃຈລະລາຍໄປຕາມໆກັນເລີຍຈ່າ… ເອີ້ນໄດ້ວ່າເປັນພໍ່ແມ່ມືໃໝ່ທີ່ກໍາລັງເຫີ່ລູກຢ່າງໜັກເລີຍ ສໍາລັບພໍ່ຟຣຸກ ແລະ ແມ່ແອັບເປິ່ນ ທີ່ຫາກໍໃຫ້ກໍາເນີດລູກສາວ ນ້ອງຈູນີ່ ຄົບຮອບ 8 ມື້ (ມື້ວານນີ້) ໂດຍທັງສອງນັ້ນກໍໄດ້ອັບເດດພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ອອກມາຜ່ານ ເພຈເຟສບຸກສ່ວນຕົວໃຫ້ ແມ່ໆ ປ້າໆ ນ້າໆ ໄດ້ຕິດຕາມຢູ່ເປັນປະຈໍາ ແລະ ນ້ອງຈູນີ່ເອງກໍເປັນເດັກນ້ອຍທີ່ໜ້າຮັກ ໜ້າຊັງເປັນທີ່ສູດດດດ. ແຕ່ສິ່ງທີ່ເຮັດໃຫ້ປ້າໆ ນ້າໆໃຈລະລາຍ ແລະ ຫຼົງໃນຄວາມໜ້າຮັກຂອງ ນ້ອງຈູນີ່ ຫຼາຍຂຶ້ນຕຶ່ມ ເມື່ອພໍ່ຟຣຸກ-ແມ່ເປິ່ນ ຈັບນ້ອງມາຖ່າຍແບບເປັນຄັ້ງທໍາອິດ ຫຼັງຈາກຄົບຮອບ 8 ມື້. ແຕ່ລະຮູບບໍ່ມີຄໍາບັນຍາຍໄດ້ເຖິງຄວາມໜ້າຮັກຂອງນ້ອງ ຮູ້ແຕ່ວ່າເບິ່ງຮູບໃດລະຕ້ອງຍິ້ມນໍາຢູ່ຕະຫຼອດ. ເຊິ່ງມື້ນີ້ແອັດມິ້ນຈະນໍາເອົາພາບດັ່ງກ່າວໆມາຕ້ອນແຟນໆຂວັນໃຈ ແລະ FC ນ້ອງຈູນີ່ ໃຈລະລາຍນໍາກັນ… ໄປເບິ່ງກັນເລີຍ!!!      ຂອບໃຈຮູບພາບຈາກ: Fluke …

Read More »

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດ Campaign ແຈກໂຊກໃຫຍ່ ຄືນກຳໄລໃຫ້ລູກຄ້າ

ຂ່າວດີ ຂ່າວໃຫມ່ ສຳລັບຫຼາຍໆຄົນທີ່ກຽມມີແຜນອອກລົດໃໝ່ ເພື່ອເປັນຂອງຂວັນໃຫ້ຕົນເອງ ແລະ ຄອບຄົວ ໃນເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ Tan Chong Motor (LAO) SOLE. Ltd. (“TCML”) ທີ່ເປັນຜູ້ຈັດຈໍາໜ່າຍ ແລະ ບໍລິການຫຼັງການຂາຍລົດຍີ່ຫໍ້ ນິສສັນ ໃນ ສປປ ລາວ ປັດຈຸບັນ, ແມ່ນໄດ້ເປີດແຄມເປນ campaign ໃຫຍ່ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດຈາກບໍລິສັດ ຕັ້ງແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020. ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີ້  ໄດ້ເປີດແຄມເປນ campaign ໃໝ່ລ້າສຸດ ‘A WIN A TERRA CAMPAIGN’   ເປັນການແຈກໂຊກຈັບສະຫຼາກຫາຜູ້ໂຊກດີ ໃນໄລຍະ 8 ເດືອນ …

Read More »

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່… 

ການເສຍຊີວິດຂອງ “ຄູ ຮາຣາ” ອາດີດນັກຮ້ອງວົງ KARA Girls Group ຊື່ດັງຂອງເກົາຫລີໃຕ້ ສື່ໃຫ້ເຫັນເຖິງສັງຄົມທີ່ຜູ້ຊາຍເປັນໃຫຍ່…  ຖືວ່າເປັນຂ່າວທີ່ເສົ້າສະລົດໃຈ ແລະ ສະເທືອນວົງການ K-Pop ຢ່າງແຮງ ກັບຂ່າວການເສຍຊີວິດຂອງ ອາດີດນັກຮ້ອງ Girls Group ຊື່ດັງຂອງເກົາຫຼີໃຕ້ ຄື ສາວ ຮາຣາ ທີ່ຜ່ານມາ ແລະ ສິ່ງທີ່ມາກັບຄວາມເສົ້າສະລົດໃຈນີ້ ກໍຄືຄໍາຖາມທີ່ເກີດຂຶ້ນຫຼາກເຖິງສາເຫດການເສຍຊີວິດດັ່ງກ່າວ. ແລະ ເຖິງວ່າຜົນການພິສູດສົບອອກມາຢ່າງຊັດເຈນແລ້ວ ແຕ່ທາງຕໍາຫຼວດຂອງເກົາຫຼີໃຕ້ໄດ້ລະບຸເຖິງຈົດໝາຍທີ່ພົບເຫັນເທິງໂຕະທີ່ຂຽນດ້ວຍລາຍມືຂອງ ຮາຣາ ນັ້ນມີເນື້ອໃນເວົ້າເຖິງຄວາມເຈັບປວດທີ່ແສນສາຫັດໃນຊີວິດຂອງລູກຜູ້ຍິງຄົນໜຶ່ງ… ແລະນີ້ກໍບໍ່ແມ່ນຄັ້ງທໍາອິດທີ່ນາງຄິດຈະຂ້າຕົວຕາຍ ເພາະເມື່ອວັນທີ 27 ພຶດສະພາ 2019 ນາງກໍເຄີຍພະຍາຍາມຂ້າຕົວຕາຍແລ້ວ ພ້ອມກັບໂພສຂໍ້ຄວາມໃນ IG ວ່າ “ລາກ່ອນ” ແຕ່ຄັ້ງນັ້ນຕໍາຫຼວດເຂົ້າໄປຊ່ວຍເຫຼືອໄວ້ໄດ້ທັນ. ຫຼັງຈາກນັ້ນນາງກໍໄດ້ໂພສຂໍ້ຄວາມ ຂໍໂທດແຟນໆທີ່ເຮັດແບບນັ້ນລົງໄປໂດຍລະບຸວ່າ “ນາງຮູ້ສຶກເຈັບປວດກັບຫຼາຍສິ່ງຫຼາຍຢ່າງໃນຊີວິດ” ແລະ ເມືຶ່ອຍ້ອນກັບໄປເມື່ອປີ 2018 ຮາຣາ ເຄີຍມີ …

Read More »

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ…

ຢາກໃຫ້ທຸກຄົນໄດ້ເບິ່ງ! ຮູບເງົາສັ້ນ “ໄດ້ມາເພາະກ້າປ່ຽນ” ສື່ເຖິງສາຍສໍາພັນທີ່ດີໃນຄອບຄົວ ແລະ ຄວາມສະເໝີພາບຍິງ-ຊາຍໃນປະເທດລາວ… ເພື່ອຕໍ່ຕ້ານ ແລະ ຢຸດການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ທັງເປັນການຕ້ອນຮັບ 16 ວັນຕໍ່ຕ້ານການໃຊ້ຄວາມຮຸນແຮງໂລກທີ່ໃຫ້ຈະມາຮອດນີ້ ທາງອົງການແຄຣ໌ ປະຈໍາລາວ ຈຶ່ງໄດ້ສ້າງຮູບເງົາສັ້ນສະທ້ອນສັງຄົມ ເພື່ອໃຫ້ສັງຄົມຄິດເຖິງເລື່ອງລາວບວກກ່ຽວກັບບົດບາດຍິງ-ຊາຍ ທີ່ເກີດຂຶ້ນໃນແຕ່ລະຊູມຊົນ ພ້ອມທັງເຊີນຊວນໃຫ້ທຸກຄົນຮ່ວມແລກປ່ຽນປະສົບການ ການປ່ຽນແປງໃໝ່ໃນຊູມຊົນຂອງຕົນເອງ ເຊິ່ງກໍມີຫຼາຍໆຄົນເຂົ້າຮ່ວມກິດຈະກໍາຍຸຕິການໃຊ້ຄວາມຮຸນແຮງດັ່ງກ່າວ. ສໍາລັບຮູບເງົາສັ້ນ ເລື່ອງ “ໄດ້ມາເພາະກ້າປ່ຽນ” ແມ່ນມີເນື້ອໃນທີ່ໜ້າສົນໃຈຫຼາຍ ແລະ ຢາກໃຫ້ທຸກຄົນໄດ້ເບິ່ງນໍາກັນ  ມີເນື້ອໃນສື່ເຖິງ ມີເປົ້າໝາຍສື່ເຖິງ ສາຍສໍາພັນຄອບຄົວທີ່ດີ ແລະ ຄວາມສະເໝີພາບຍິງຊາຍ ສະແດງເຖິງ ບັນທັດຖານທາງສັງຄົມ ທີ່ມີໃນ ສປປ ລາວ ແລະ ທົ່ວໂລກ ທີ່ຮ່ວມກັນສ້າງຂື້ນໂດຍ ອົງການແຄຣ໌ ແລະ ສູນກາງສະຫະພັນແມ່ຍິງລາວ. ນອກນັ້ນ ຮູບເງົາດັ່ງກ່າວຍັງເລົ່າເຖິງເລື່ອງລາວການຕໍ່ສູ້ ກັບບັນທັດຖານທາງສັງຄົມດັ່ງກ່າວຂອງຄອບຄົວໜື່ງ ເຊິ່ງຮູບເງົາແຕ່ລະຕອນແມ່ນ ກວມເອົາເລື່ອງລາວ ກ່ຽວກັບ …

Read More »

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!!

ສື່ຕ່າງປະເທດຈັບຕາ! MISS UNIVERSE LAOS ປ່ອຍຂອງກ່ອນເດີນທາງໄປປະກວດເວທີນາງງາມໂລກ ບອກເລີຍວ່າ ແຊ໊ບແຮງ!!! ນັບຖອຍຫຼັງກັນແລ້ວສໍາລັບການປະກວດຮອບຕັດສິນ Miss Universe 2019 ທີ່ຈະຈັດຂຶ້ນຢູ່ທີ່ ປະເທດ ສະຫະລັດ ອາເມຣິກາ ເວທີທີ່ມີນາງງາມເຂົ້າຮ່ວມຫຼາຍກວ່າ 100 ປະເທດ. ສໍາລັບນາງງາມຕົວແທນປະເທດລາວເຮົາກໍຄືດັ່ງທີ່ແຟນໆຮູ້ກັນດີແລ້ວວ່າ ແມ່ນ ສາວເມ ວິຈິດຕາ ພອນວິໄລ ຜູ້ທີ່ຄອງຕໍາແໜ່ງ Miss Universe Laos 2019 ນັ້ນເອງ ເຊິ່ງ ສາວເມ ກໍໄດ້ເດີນທາງໄປປະກວດໃນມື້ນີ້ແລ້ວ ແລະ ປີນີ້ທາງກອງປະກວດເພິ່ນໝັ້ນໃຈແຮງ ໃນຄວາມງາມທີ່ມາໃນ Look Inter ຂອງສາວເມ ບວກກັບຄວາມສາມາດ ແລະ ທັກສະດ້ານພາສາອັງກິດທີ່ມາແບບແໜ້ນແຮງ ຈຶ່ງຄາດວ່າ ສາວເມ ຂອງເຮົາຕ້ອງຄວ້າຈັກລາງວັນໃດລາງວັນໜຶ່ງມາຕ້ອນມາຝາກຄົນລາວກັນຢ່າງແນ່ນອນ… ແລະ ກ່ອນທີ່ຈະເດີນທາງໄປປະກວດ ສາວເມ ກໍໄດ້ປ່ອຍຂອງລອງທາງ ຖ່າຍຮູບກັບຊຸດລອຍນໍ້າສຸດເຊັກຊີ່ ອວດຮູບຮ່າງທີ່ໄດ້ສັດສ່ວນ (ໃນການປະກວດຕ້ອງໄດ້ເດີນແບບຊຸດລອຍນໍ້າ) …

Read More »