Breaking News

Kuanjaitaem Kuanjai page

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!!

ວິທີດຶງດູດເພດກົງກັນຂ້າມອີກຮູບແບບໜຶ່ງຄືການເປັນຄົນທີ່ໜ້າຄົ້ນຫາ, ມີສະເໜ່… ເຊິ່ງສາວໆສາມາດສ້າງໄດ້ດ້ວຍຕົນເອງ… ມາເບິ່ງເຄັດລັບກັນ!!! ສາວໆຮູ້ບໍ່ວ່າການສ້າງແຮງດຶງດູດຕໍ່ເພດກົງກັນຂ້າມ ໃນອີກຮູບແບບໜຶ່ງ ຄືການເຮັດໃຫ້ຕົນເອງໜ້າຄົ້ນຫາ, ມີສະເໜ່ ເຊິ່ງສາວໆສາມາດສ້າງໄດ້ຈາກການວາງຕົວ ແລະ ປັບທັດສະນະຄະຕິ… ຖ້າຢາກເປັນຜູ້ຍິງທີ່ໜ້າຄົ້ນຫາຄວນເຮັດແບບໃດ? ມາເບິ່ງເຄັດລັບກັນ!!! ເປັນຄົນເບິ່ງແຍງຕົນເອງ: ເຮັດໃນສິ່ງທີ່ຕົນເອງຮັກ ຮັບປະທານອາຫານດີໆ, ແຕ່ງຕົວດູດີ ອອກກໍາລັງກາຍໃຫ້ເບິ່ງເປັນຄົນສົດຊື່ນ ຕະລອດເວລາ ບໍ່ເວົ້າຟຸມເຟືອຍ: ເວົ້າເລື່ອງທີ່ຢູ່ໃນປະເດັນ ການເວົ້າຫຼາຍເກີນໄປກໍເຮັດໃຫ້ໜ້າເບື່ອຫຼືເປັນການຮຽກຮ້ອງບາງຢ່າງ ແຕ່ງກາຍແບບລຽບງ່າຍ: ການແຕ່ງກາຍທີ່ພໍດີ ຖືກກັບກາລະ-ເທສະ ຈຶ່ງບໍ່ເຮັດໃຫ້ທ່ານເປັນຄົນເປີດເຜີຍຫຼາຍເກີນໄປ ຕາຈ້ອງຕາ: ເບິ່ງຄູ່ສົນທະນາດ້ວຍສາຍຕາທີ່ຜ່ອນຄາຍ ເພື່ອໃຫ້ຄູ່ສົນທະນາຮູ້ສຶກຕົກຢູ່ໃນຄວາມຮູ້ສຶກດຽວກັບທ່ານ ໝັ້ນໃຈໃນຕົວເອງ: ແຕ່ຕ້ອງສະແດງອອກໃນສິ່ງທີ່ຖືກຕ້ອງ ບໍ່ແມ່ນວ່າເຮັດໃນສິ່ງທີ່ຜິດແຕ່ກໍຍັງໝັ້ນໃຈໂດຍບໍ່ສົນໃຈຄົນອື່ນ ມີຄວາມເປັນສ່ວນຕົວ: ມີສັງຄົມຂອງຕົນເອງ ມີຄວາມສົນໃຈສະເພາະເລື່ອງ ເຮັດສິ່ງໃດສິ່ງໜຶ່ງດ້ວຍຕົນເອງ ເຮັດຕົວມີຄວາມລັບ: ຢ່າເປີດເຜີຍຫຼາຍເກີນໄປ ຢ່າໃຫ້ເຂົາເດົາທ່ານໄດ້ທຸກອາລົມ ທຸກຄວາມຮູ້ສຶກ ຮູ້ແບບນີ້ແລ້ວກໍລອງເບິ່ງເດິ້ສາວໆ…

Read More »

ມາຮ່ວມເປີດໂລກໃຫ້ກວ້າງຂຶ້ນ!!! ອອກຈາກກອບເດີມໆທີ່ເປັນຢູ່ ທົດລອງສິ່ງທີ່ແປກໃໝ່ ກັບ Tiger Beer…

ມາຮ່ວມເປີດໂລກໃຫ້ກວ້າງຂຶ້ນ!!! ອອກຈາກກອບເດີມໆທີ່ເປັນຢູ່ ທົດລອງສິ່ງທີ່ແປກໃໝ່ ກັບ Tiger Beer… ຊ່ວງເວລາຂອງການພັກຜ່ອນທີ່ດີທີ່ສຸດ ທຸກຄົນມັກຈະຄິດເຖິງຫຍັງ? ເປັນຄໍາຖາມທີ່ຕອບບໍ່ຍາກເລີຍແມ່ນບໍ່ ຫຼືຖ້າໃຜທີ່ຍັງຄິດບໍ່ອອກ ຜູ້ຂຽນມີຕົວເລືອກມາແນະນໍາຄື ໜຶ່ງໄປທ່ອງທ່ຽວສະຖານທີ່ຕ່າງໆທີ່ຕົວເອງມັກ, ສອງໄປຊອກກິນອາຫານແຊບໆທີ່ຕົວເອງຢາກກິນ, ສາມໄປນັ່ງເມົ້າມອຍຍາດກັນເວົ້າກັບໝູ່ສະນິດ ຫຼືຈະໄປສະວີດຫວານກັບຄົນຮັກກໍແລ້ວແຕ່… ເພາະທຸກຄົນສາມາດເລືອກທີ່ຈະໄປໃສ ຫຼືເຮັດຫຍັງກໍໄດ້ທີ່ເຮັດໃຫ້ຕົວເອງມີຄວາມສຸກ ເພາະທຸກຄົນມີສິດເລືອກ, ເລືອກທີ່ຈະເຮັດສິ່ງໃໝ່ໆ, ເລືອກທີ່ຈະເຮັດໃນສິ່ງທີ່ແຕກຕ່າງ ແລະ ມື້ນີ້ຂວັນໃຈຈະມາພາໄວລຸ້ນທີ່ມີຄວາມກ້າ ໄປລອງຊິມລິ້ມລົດຊາດທີ່ແຕກຕ່າງ ເຊິ່ງຕ້ອງບອກກ່ອນວ່າ ມັນສ້າງມາເພື່ອໄວລຸ້ນຍຸກນີ້ໂດຍສະເພາະ (ບໍ່ໄດ້ມີເຈດຕະນາສົ່ງເສີມໃຫ້ດຶ່ມສິ່ງມືນເມົາ ບົດຄວາມນີ້ເໝາະສໍາລັບຜູ້ທີ່ມີ ອາຍຸ 18 ປີຂຶ້ນໄປ) ສິ່ງພິເສດສໍາລັບໄວລຸ້ນຍຸກໃໝ່!!! ທີ່ຢາກຈະແນະນໍາໃຫ້ຮູ້ຈັກນັ້ນກໍຄື “ເບຍ ໄທເກີ” ທີ່ມາພ້ອມກັບລົດຊາດທີ່ແຕກຕ່າງ ແລະ ກັບກິດຈະກໍາສົ່ງເສີມທັກສະຄວາມສາມາດ ໃຫ້ໜຸ່ມສາວໆຄົນລາວກ້າທີ່ຈະອອກມາຈາກກອບຫຼາຍໆຢ່າງ ທີ່ພໍ່ແມ່ ແລະ ສັງຄົມຕັ້ງໃຫ້ ອອກມາສະແດງຄວາມສາມາດໃຫ້ສັງຄົມໄດ້ຮູ້ຈັກ ເຊັ່ນ: ຜູ້ທີ່ມີຄວາມມັກຮັກໃນເລື່ອງເກມ ກໍສາມາດເຝິກຕົວເອງໃຫ້ກາຍເປັນເມີໄດ້ ຫຼືຜູ້ທີ່ມັກໃນເລື່ອງກິລາ ກໍສາມາດພັດທະນາຕົວເອງໃຫ້ກາຍເປັນນັກກິລາທີ່ມີຊື່ສຽງໄດ້… ນອກຈາກນັ້ນ “ເບຍ ໄທເກີ” ຍັງຖືກຍົກໃຫ້ເປັນເບຍທີ່ໄດ້ຮັບການຍອມຮັບໃນ …

Read More »

ແຈກໄປແລ້ວ!!! ລົດຈັກ 12 ຄັນ ຈາກການສະສົມຝາເຫຼືອງນໍ້າດື່ມຫົວເສືອ

ໂຄງການ “ຊື່ນໃຈທ້າຍປີ ລຸ້ນໂຊກ 2​ ຊັ້ນ ຈາກນ້ຳດື່ມຫົວເສືອ”  ໄດ້ຈັດງານຈັບສະຫຼາກແຈກໂຊກຄືນກຳໄລໃຫ້ກັບລູກຄ້າຄັ້ງທີ 1 ໂດຍໄດ້ແຈກລົດຈັກ  Honda Wave 110i  ຈຳນວນ 12 ຄັນ ໃນຕອນເຊົ້າຂອງວັນທີ 29 ພະຈິກ 2019 ນີ້ ທີ່ບໍລິສັດ ເບຍລາວ ຈຳກັດ.   ໂດຍການຈັບສະຫຼາກຂອງທ່ານ ບຸນທະແສງ ສິຣິສັກ ຜູ້ຈັດການອາວຸໂສ ນໍ້າດື່ມຫົວເສືອ. ສຳລັບໃຜທີ່ຍັງບໍ່ໄດ້ຮັບລາງວັນໃນຄັ້ງທີ 1 ນີ້, ກໍບໍ່ຕ້ອງເສຍໃຈເພາະຍັງຈະມີການຈັບລາງວັນເປັນຄັ້ງທີ 2 ອີກ ສະນັ້ນ, ຮີບຟ້າວໄປສະສົມຝາ ນໍ້າດື່ມຫົວເສືອ ສີເຫຼືອງໄວ້ຕັ້ງແຕ່ດຽວນີ້ ຈົນຮອດວັນທີ 28 ທັນວາ 2019 ເພື່ອມາແລກເອົາຂອງລາງວັນໃນໂຊກທີ 1 ບໍ່ວ່າຈະເປັນ ຖັງໃສ່ນໍ້າກ້ອນ, ຄັນຮົ່ມ ແລະ ລຸ້ນຮັບໂຊກ ຄັ້ງທີ 2 ກໍຄືເອົາຄູປ໋ອງມາຊິງໂຊກລຸ້ນລາງວັນໃຫຍ່ອີກ ໃນວັນທີ …

Read More »

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສືຟຣີ…

ສຸດຍອດນໍ້າໃຈ!!! ນິກາໂນ ເດັກຊາຍອາຍຸ 12 ປີ ສ້າງໂຮງຮຽນເພື່ອໃຫ້ເດັກນ້ອຍທີ່ດ້ອຍໂອກາດໄດ້ຮຽນໜັງສື ຟຣີ… ແອັດມິ້ນເຫັນຂ່າວນີ້ແລ້ວອົດຍິ້ມທັງນໍ້າຕາບໍ່ໄດ້ ເພາະມັນຮູ້ສຶກໄດ້ເຖິງຄວາມມີນໍ້າໃຈອັນຫາໃສປຽບບໍ່ໄດ້ ເພາະເດັກນ້ອຍອາຍຸພຽງ 12 ປີ ແຕ່ມີຄວາມຄິດຄວາມອ່ານ ແລະ ມີນໍ້າໃຈເອຶ້ອເຟື້ອເພື່ອແຜ່ເພື່ອນມະນຸດດ້ວຍກັນຂະໜາດນີ້ ແອັດມິ້ນບໍ່ຮູ້ຈະຍົກຄໍາໃດຂຶ້ນມາຍົກຍໍສັນເສີນເຈົ້າໄດ້ດີໄປກວ່າຄໍາວ່າ ສຸດຍອດນໍ້າໃຈ ພ້ອມທັງຂຽນເລື່ອງລາວເຜີຍແຜ່ໃຫ້ຜູ້ໃຫຍ່ຫຼາຍໆຄົນໄດ້ອ່ານ… ເຊິ່ງເລື່ອງລາວທີ່ແອັດມິ້ນຈະມາເລົ່າຕໍ່ໄປນີ້ ຢາກໃຫ້ທຸກຄົນທີ່ໄດ້ອ່ານ ຄິດເຖິງພາບຕົວເອງຕອນອາຍຸ 12 ປີ ວ່າເຮັດຫຍັງຢູ່ ແລ້ວເຈົ້າຈະຮູ້ໄດ້ເຖິງຄວາມສຸດຍອດຂອງເດັກນ້ອຍຄົນນີ້ ທ້າວ ນິກາໂນ ກິນເຕໂຣສ (Nicanor Quinteros) ໜຸ່ມນ້ອຍອາຍຸ 12 ປີ ຈາກປະເທດ ອາເຈນຕີນ່າ ທີ່ໄດ້ກໍ່ສ້າງໂຮງຮຽໜຂອງຕົວເອງຂຶ້ນມາ ເພື່ອໃຫ້ເດັກນ້ອຍທີ່ທຸກຍາກ ໄດ້ຮັບໂອກາດໃນການເຂົ້າເຖິງການສຶກສາ ຄືທີ່ລາວເຄີຍໄດ້ຮັບໂອກາດ. ໂດຍຈຸດເລີ່ມຕົ້ນຂອງແນວຄວາມຄິດອັນຍິ່ງໃຫຍ່ນີ້ ແມ່ນເກີດຂຶ້ນຕັ້ງແຕ່ຕອນທີ່ລາວມີອາຍຸພຽງ 9 ປີ ເພາະເຫັນວ່າ ເດັກນ້ອຍຫຼາຍຄົນໃນຂົງເຂດທີ່ຕົນເອງອາໄສຢູ່ ບໍ່ມີໂອກາດໄດ້ຮຽນໜັງສື ເນື່ອງຈາກບັນດາຄອບຄົວທີ່ອາໄສຢູ່ເຂດນັ້ນເປັນຄອບຄົວທຸກຍາກ ບາງຄອບຄົວກໍບໍ່ມີທີ່ຢູ່ອາໄສ… ນິກາໂນ ແລະ ຍ່າຂອງລາວຈຶ່ງໄດ້ຮ່ວມກັນສ້າງໂຮງຮຽນທີ່ຢູ່ໃນສວນຫຼັງບ້ານ …

Read More »

ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ)

ເມຍໃຫຍ່ທັງຫຼາຍຄວນຮູ້!!! ຖ່າຍຄຣິບປະຈານເມຍນ້ອຍ ເຮັດໃຫ້ອັບອາຍ-ເຊື່ອມເສຍ… ຜົວມີເມຍນ້ອຍ ມີກົດໝາຍຄຸ້ມຄອງ? (ມີຄໍາຕອບ) ເມື່ອກ່ອນໃນສະຖາບັນຄອບຄົວ ການທີ່ຜົວມີເມຍນ້ອຍ ຫຼືຕິດສາວບາງຄັ້ງສັງຄົມຍັງພິພາກວິຈານເມຍຊໍ້າວ່າ ດູແລຜົວບໍ່ດີ ຫຼືຶຖ້າມີການປະ-ຮ້າງກັນຂຶ້ນມາ ແມ່ຍິງກໍຍັງຖືກກ່າວປະນາມອີກວ່າ ບໍ່ມີຄວາມອົດທົນ ເຊິ່ງມັນສະແດງໃຫ້ເຫັນເລີຍວ່າ ສັງຄົມສະໄໝນັ້ນແມ່ນຍົກສູງຜູ້ຊາຍຫຼາຍກວ່າແມ່ຍິງ ແຕ່ມາປັດຈຸບັນນີ້ທີ່ເອີ້ນກັນວ່າ ເປັນສັງຄົມທີ່ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຜູ້ຊາຍຕ້ອງໃຫ້ກຽດແມ່ຍິງຫຼາຍຂຶ້ນໃນສາຍຕາຂອງສັງຄົມ ມີຍິງເຮົາເລີ່ມມີບົດບາດໃນສັງຄົມຫຼາຍຂຶ້ນ ໃນສະຖາບັນຄອບຄົວກໍເຊັ່ນກັນ ເຮັດໃຫ້ໄລຍະຫຼັງໆມານີ້ ພວກເຮົາມັກຈະເຫັນຜ່ານໂຊຊ່ຽວມີເດຍຢູ່ເປັນປະໍຈໍາເລື່ອງການຮຽກຮ້ອງສິດທິຂອງເມຍໃຫຍ່ ເມື່ອຜົວໄປມີເມຍນ້ອຍ ຈົນບາງກໍລະນີກໍອອກຈະໄປທາງຕັ້ງໃຈໃຫ້ສັງຄົມວິຈານຜູ້ກະທໍາຜິດ ກໍຄືເມຍນ້ອຍນັ້ນເອງ… ຈົນເຮັດໃຫ້ສັງຄົມຫຼາຍຝ່າຍຕັ້ງຄໍາຖາມກັບກໍລະນີແບບນີ້ວ່າ ການກະກໍາບາງຢ່າງທີ່ເກີນໄປເຮັດໃຫ້ເມຍນ້ອຍໄດ້ຮັບຄວາມອັບອາຍ ຂາຍໜ້າຂາຍຕາແບບນັ້ນ ບ້ານເຮົາມີກົດໝາຍຄຸ້ມຄອງເມຍນ້ອຍບໍ່? ອັນນີ້ແອັດມິ້ນຕອບໃຫ້ເລີຍ ບໍ່ມີປະເທດໃນໂລກທີ່ສ້າງກົດໝາຍຄຸ້ມຄອງເມຍນ້ອຍໄດ້ເນາະ ເພາະຖ້າມີກົດໝາຍແບບນັ້ນ ອາດຈະມີຂະບວນປະທ້ວງຂອງບັນດາເມຍໃຫຍ່ຢ່າງແນ່ນອນ ວ່າບໍ່ 555. ແລະ ໃນທາງກົດໝາຍແລ້ວພຶດຕິກໍາດັ່ງກ່າວແມ່ນຖືວ່າເປັ ນການ “ການທຳມິດສະຈານ”  ໂດຍອິງຕາມຂອບກົດໝາຍ “ວ່າດ້ວຍການທຳມິດສະຈານ” ເຊິ່ງມີລາຍລະອຽດດັ່ງນີ້: ອີງຕາມ ກົດໝາຍວ່າດ້ວຍອາຍາ 2005 (ສະບັບປັບປຸງ) ໝວດທີ 6 ວ່າກ້ວຍການກະທຳຜິດຕໍ່ສາຍຜົວເມຍ, ຄອບຄົວ ແລະຮີດຄອງປະເພນີ. ມາດຕາ126 ການທຳມິດສະຈານ …

Read More »