Breaking News

Kuanjaitaem Kuanjai page

Happy Birthday!! ນ້ອງແປ໋ວແຫວ໋ວ ເດມີ່ ລູກສາວພໍ່ແມັດທິວ-ແມ່ລີເດຍ ຫຼັງຜ່ານເລື່ອງຮ້າຍໆ ຕອນນີ້ຄອບຄົວອົບອຸ່ນຫຼາຍ…

ແປັບດຽວຄົບຮອບໜຶ່ງປີແລ້ວສໍາລັບລູກສາວຫົວແກ້ວຫົວແຫວນຂອງພໍ່ແມັດທິວ ແລະ ແມ່ລີເດຍ ຄືນ້ອງເດມີ່ ຫຼືສາຍານ້ອງແປ໋ວແຫວ໋ວ ທີ່ສຸດແສນຈະໜ້າຮັກ ຈົນເຮັດໃຫ້ແມ່ໆ ປ້າໆ ຫຼົງຈົນໂງຫົວບໍ່ຂຶ້ນກັບຄວາມຂີ້ຫຼິ້ນ ລ້ຽງງ່າຍຂອງນ້ອງ ແລະ ມື້ວານນີ້ທັງສອງກໍໄດ້ພານ້ອງໄປຮ່ວມລາຍການ 3 ແຊ໋ບ ເຊິ່ງໃນລາຍການກໍໄດ້ມີການເຊີໄພ້ວັນເກີດໃຫ້ນ້ອງ ເຊິ່ງບອກໄດ້ເລີຍວ່າໜ້າຮັກສຸດໆເລີຍ!!! ເຊິ່ງກ່ອນໜ້າທີ່ຊ່ວງທີ່ໂຄວິດ-19 ລະບາດໃນໄທ ທັງແມັດທິວ-ລີເດຍ ຕ່າງກໍຕິດເຊື້ອ ໄດ້ໄປປິ່ນປົວຢູ່ໂຮງໝໍເປັນເວລາເກືອບ 3 ເດືືອນ ຕອນນັ້ນນ້ອງເດມີ່ ກໍມີອາຍຸພຽງ 6 ເດືອນປາຍ ເຊິ່ງຖ້າໃຜມີລູກກໍຈະເຂົ້າໃຈຄວາມຮູ້ສຶກທີ່ຕ້ອງປະລູກອ່ອນໄວ້ລໍາພັງກັບອ້າຍນ້ອງດີແລ່ນ ແຕ່ໃນທີ່ສຸດທັງສອງກໍສາມາດຜ່ານຜ່າເລື່ອງຮ້າຍແຮງດັ່ງກ່າວມາໄດ້ ແລະ ກາຍເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ… ແລະ ເນື່ອງໃນໂອກາດຄົບຮອບວັນເກີດນ້ອງ 1 ປີເຕັມ ແອັດກໍຂໍອວຍພອນໃຫ້ນ້ອງເປັນເດັກຄໍາຮູ້ ລ້ຽງງ່າຍ ແລະ ໜ້າຮັກແບບນີ້ຕະຫຼອດໄປເດີ້!!! Happy Birthday ນ້ອງເດມີ່… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: น้องดีแลน พ่อแมทธิว แม่ลิเดีย Fc …

Read More »

ແນະນໍາຫົວໜ້າ!!! ພະນັກງານແບບໃດທີ່ບໍ່ຄວນເບິ່ງຂ້າມ ແລະ ຄວນຮັກສາໄວ້ໃຫ້ດີ…

ໃນແຕ່ລະອົງກອນຕ່າງກໍມີພະນັກງານຫຼາກຫຼາຍປະເພດເຮັດວຽກຮ່ວມກັນ ມີທັງຄົນທີ່ໂດດເດັ່ນເປັນພິເສດ ແລະ ຄົນທໍາມະດາແຕ່ມີຄວາມສາມາດ ໃນຖານະຫົວໜ້າເຮົາຄວນຈະຕ້ອງແຍກໃຫ້ໄດ້ວ່າລູກນ້ອງຄົນໃດມີຝີມືແທ້ ຫຼືມີຄວາມສາມາດຊ່ອນຢູ່ພຽງແຕ່ຖ້າຄົນສະໜັບສະໜູນ ແລະ ຊຸກຍູ້. ສໍາລັບຄົນທີ່ໂດດເດັ່ນຢູ່ແລ້ວຄົງບໍ່ຍາກທີ່ຈະສັງເກດ ແຕ່ຍັງມີພະນັກງານແບບໃດອີກທີ່ບໍ່ຄວນເບິ່ງຂ້າມ… ພະນັກງານອາຍຸນ້ອຍ ຫຼືອາຍຸການເຮັດວຽກໜ້ອຍ ພວກເຂົາເປັນກຸ່ມທີ່ອາດຈະເອີ້ນໄດ້ວ່າມີໄຟໃນການເຮັດວຽກຫຼາຍທີ່ສຸດອັນດັບຕົ້ນຂອງອົງກອນ ພະນັກງານເຫຼົ່ານີ້ພະຍາຍາມສ້າງຜົນງານເພື່ອການຍອມຮັບ ດັ່ງນັ້ນ ຫົວໜ້າຄວນເປີດໂອກາດໃຫ້ພວກເຂົາໄດ້ສະແດງຝີມືແດ່ ແມ່ນຢູ່ວ່າບາງຢ່າງອາດຈະຕ້ອງໃຊ້ປະສົບການ ແຕ່ເຈົ້າສາມາດໃຫ້ພວກເຂົາເລີ່ມຈາກເຮັດວຽກຮ່ວມກັບພະນັກງານທີ່ມີປະສົບການຫຼາຍກວ່າ ແລະ ຄອຍຕິດຕາມເບິ່ງວ່າພວກເຂົາຮຽນຮູ້ໄດ້ໄວຂະໜາດໃດ ຢ່າເບິ່ງແຕ່ປະສົບການໃນການເຮັດວຽກຢ່າງດຽວ ຖ້າເຈົ້າສາມາດສ້າງແຮງບັນດານໃຈໃຫ້ພະນັກງານກຸ່ມນີ້ໄດ້ໃນໄລຍະທໍາອິດຂອງກາານເຮັດວຽກ ພວກເຂົາຈະກາຍເປັນຊັບພະຍາກອນທີ່ມີຄຸນຄ່າ ມີຝີມື ຈະຮັກ ແລະ ພູມໃຈທີ່ໄດ້ເຮັດວຽກກັບອົງກອນທີ່ເຫັນຄຸນຄ່າໃນຕົວພວກເຂົາ ພະນັກງານເວົ້າໜ້ອຍແຕ່ຜົນງານດີ ພວກເຂົາເຫຼົ່ານີ້ ຄືກໍາລັງທີ່ສໍາຄັນທີ່ສຸດໃນອົງກອອນ ຕັ້ງໃຈເຮັດວຽກ ບໍ່ຈົ່ມ ບໍ່ສົນໃຈຊື່ສຽງ ແລະ ຕໍາແໜງເຮັດວຽກໄດ້ດີ ແຕ່ບໍ່ຄ່ອຍສະແດງຕົວຕົນ ຫຼືຜົນງານຫຼາຍປານໃດ ຖ້າເຈົ້າມີພະນັກງານແບບນີ້ຢູ່ໃນທີມລອງສັງເກດ ຫຼືໂອ້ລົມກັບພວກເຂົາເບິ່ງວ່າມີເປົ້າໝາຍຫຍັງແດ່ໃນການເຮັດວຽກ ຢາກເຝິກຝົນຄວາມກ້າສະແດງອອກຫຼາຍຂຶ້ນບໍ່? ພະນັກງານບາງຄົນອາດຈະພໍໃຈແລ້ວກັບຕໍາແໜ່ງ ແລະ ໜ້າທີ່ທີ່ເປັນຢູ່ຫົວໜ້າຄວນສະໜັບສະໜູນໃຫ້ລາວໄດ້ໃຊ້ຄວາມສາມາດຢ່າງເຕັມທີ່ ຄົນເວົ້າໜ້ອຍບໍ່ມັກເຂົ້າສັງຄົມອາດຈະບໍ່ເໝາະສົມກັບຕໍາແໜ່ງບໍລິຫານ ແຕ່ຜົນງານດີກໍຄວນໄດ້ຮັບຄວາມກ້າວໜ້າເຊັ່ນກັນ ອາດຈະມີການສະໜັບສະໜູນໃນທາງເລິກຫຼາຍຂຶ້ນ ໂດຍສະໜັບສະໜູນໃຫ້ພວກເຂົາເຕີບໃຫຍ່ໄດ້ຢ່າງເຕັມທີ່ ເຝິກຝົນ ແລະ ສົ່ງເສີມທັກສະດ້າຮນການສະແດງອອກເພີ່ມຕຶ່ມ. …

Read More »

ສະແດງຄວາມຍິນດີນໍາ!!! ຜູ້ໂຊກດີໄດ້ຮັບລາງວັນລົດໃຫຍ່ ທອງຄໍາແທ່ງ ແລະ ໂທລະພາບ ຈາກການຈັບສະຫຼາກຊິງໂຊກລົດນິສັນເທີລ່າ…

ໃນວັນທີ່ 11 ກໍລະກົດ ປີ 2020 ທີ່ຜ່ານມາ ບໍລິສັດຕັນຈົງ ມໍເຕີ(ລາວ) ຈຳກັດຜູ້ດຽວ (TCML) ທີ່ນຳເຂົ້າລົດນິສສັນ ພຽງຜູ້ດຽວໃນປະເທດລາວ ແລະຍັງເປັນສາຂາ ບໍລິສັດຕັນຈົງມໍເຕີ ໂຮນດີ້ງ ເບີຮັດ (ມາເລເຊຍ) ໄດ້ປະກາດຜູ້ທີ່ໄດ້ຮັບລາງວັນໃຫ່ຍ ລົດນິສສັນ ເທີລ່າ ຜູ້ທີ່ໄດ້ຮັບລາງວັນ ແມ່ນ ທ່ານ ນາງ ສຸດາລັດ ມາລາວົງ ບ້ານ ນາໝາກ ເມືອງ ທຸລະຄົມ ແຂວງວຽງຈັນ ແລະ ຜູ້ໂຊກດີທັງສອງທ່ານ ທີ່ໄດ້ຮັບ ທອງຄຳແທ່ງແລະໂທລະພາບ 55 ນີ້ວ ຄື  ທ່ານ ນາງ ທະນູສອນ ທະຍາລາດ  ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.  ທ່ານ ສົມຈັນ ບຸນເລີດ    …

Read More »

ສ່ອງຕົວແມ່ວົງການນາງແບບ!!! ນຸ້ຍ ສຸພາພອນ ຈາກເວທີນາງງາມສູ່ ວົງການນາງແບບ-ນັກສະແດງ ເປ໊ະທຸກ Look ປັ໊ງທຸກມຸມ ແຖມຫຸ່ນດີເວີ່…

ເປັນດາວດວງເດັ່ນປະດັບວົງການບັນເທິງລາວມາດົນນານ ແລະ ບໍ່ເຄີຍມີພາບລັກດ້ານລົບເລີຍສໍາລັບສາວຄົນນີ້ ນຸ້ຍ ສຸພາພອນ ສົມວິຈິດ ທີ່ເລີ່ມເລີ່ມຈາກການເປັນນາງງາມກໍຄື Miss Universe Laos 2017 ແລະ ໄຕ່ເຕົ້າມາເປັນນັກສະແດງ-ນາງແບບ ເຊິ່ງຜົນງານຂອງນາງແຕ່ລະຢ່າງກໍບໍ່ໄດ້ເຮັດໃຫ້ຜິດຫວັງເລີຍ ທັງວຽກງານການສະແດງທີ່ຕອນນີ້ Go Inter ຮ່ວມສະແດງກັບທາງປະເທດເພື່ອນບ້ານຄືປະເທດໄທ ທັງເປັນນາງເອກຕົວທ໊ອບຂອງຜູ້ກໍາກັບພັນລ້ານແຫ່ງວົງການຮູບເງົາລາວຄື ອ້າຍເຈ້ຍ ປາຊີຟິກ ຈາກເລື່ອງ ຮັກມະຍ່ອມມະແຍ່ມ… ຖ້າຈະເລົ່າເລື່ອງຄວາມສາມາດ ແລະ ຜົນງານການສະແດງຫຼາຍກະຊິຫາວ່າແອັດອວຍເກີ໊ນ… ເອົາເປັນວ່າຢາກໃຫ້ຕິດຕາມດ້ວຍຕົວເອງເອົາສາເນາະ!!! ແຕ່ທີ່ແອັດບໍ່ອວຍບໍ່ໄດ້ຄືຫຸ່ນຂອງນາງນີ້ແຫຼະພວກເຈົ້າເອີ່ຍຍຍຍ ບໍ່ຮູ້ວ່າໄດ້ກິນເຂົ້າກິນນໍ້າຢູ່ບໍ ໂພດວ່າເປ໊ະ ວ່າປັ໊ງ ບໍ່ວ່າຈະແຕ່ງຕົວແນວໃດ ໂພສທ່າແບບໃດ ອຽງໂຕອຽງໜ້າໄປດ້ານໃດກໍເປ໊ະໄປໂໝດດດດ ເອົ່າ!!! ດຽວຊິວ່າອວຍອີກ ກະເລີຍເອົາຮູບມາໃຫ້ເບິ່ງເປັນຫຼັກຖານ… ຫວານໆ ກໍລອດຈ່າາາ ເຊັກຊີ່ເບົາໆ Style ນຸ້ຍ ສາຍນາງງາມຈ່າາາ ເປ໊ະແບບຕົວແມ່ ແອບເຊັກຊີ່ອີກແລ້ວວວ ມັກລຸກນີ້ແຮງງງ Black Pink ກໍມາ ສາຍຕາ… …

Read More »

ພາໄປສ່ອງ!! ຄວາມໜ້າຮັກສົດໃສຂອງ ນ້ອງນໍ້າ ນາງເອກ ຊີຣີ່ “ປາຕິຫານດອກໄມ້”

ສໍາລັບຊ່ວງນີ້ຊິເອີ້ນວ່າເປັນຊ່ວງ ວົງການບັນເທີງລາວ ເຟື່ອງຟູ ກໍເວົ້າໄດ້ ເພາະບັນດາສິລະປິນ ຄົນບັນເທີງລາວໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນສັງຄົມ ບໍ່ສະເພາະແຕ່ໃນລາວ ຍັງລວມໄປເຖິງຕ່າງປະເທດນໍາອີກ ບໍ່ວ່າຈະເປັນວົງການ ນາງງາມ ວົງການເພງ ແລະ ລວມໄປເຖິງວົງການຮູບເງົາ ທີ່ເລີ່ມມີຮູບເງົາຫຼາກຫຼາຍແບບໃຫ້ເລືອກເບິ່ງກັນໄດ້!!! ຮູບເງົາປະເພດ ຊີຣີ່ ກໍຖືວ່າເປັນສິ່ງທີ່ຍັງໃໝ່ສໍາລັບປະເທດເຮົາ ແຕ່ຫຼາຍຄົນກໍຄົງຈະໄດ້ເບິ່ງກັນຈາກຂອງຕ່າງປະເທດໂດຍສະເພາະ ຊີຣີ່ ເກົາຫລີ ທີ່ເຮັດໃຫ້ສາວໆຕິດງ໋ອມແງ໋ມ ຍ້ອນຄວາມໜ້າຫຼົງໄຫຼຂອງແຕ່ລະຕົວລະຄອນ ແຖມຍັງໃຫ້ລຸ້ນແບບຕອນຕໍ່ຕອນກັນອີກ… ເອ໊ະ!!! ແຕ່ມື້ນີ້ແອັດບໍ່ໄດ້ຈະມາຣີວິວຊີຣີ່ແຕ່ຢ່າງໃດເດີ້ ເພາະແອັດຈະພາໄປສ່ອງນາງເອກຊີຣີ່ເລື່ອງໃໝ່ຫຼ້າສຸດ “ປາຕິຫານດອກໄມ້” ເຊິ່ງຮັບບົດໂດຍ ນ້ອງນໍ້າ ນາງເອກສຸດຮ໋ອດສຸດຮິດໃນຕອນນີ້ນັ້ນເອງ… ສໍາລັບນ້ອງນໍ້າ ສາວນ້ອຍຈາກແຂວງ ວຽງຈັນ ຜູ້ທີ່ມີຄວາມໄຝ່ຝັນຢາກເປັນດາວອີກດວງໃນວົງການບັນເທີງລາວ ເລີ່ມເຂົ້າວົງການດ້ວຍການເປັນນາງເອກຢູ່ກັບຄ່າຍ ໄຕ໋ບ້ານ ໂປຣດັກຊັ່ນ ກ່ອນຈະຜັນຕົວເອງອອກມາຮັບວຽກອິດສະຫຼະ ແລະ ໄດ້ສະແດງ ຊີຣີ່ ເປັນຄັ້ງທໍາອິດ!!! ເຊິ່ງວ່າຜົນງານການສະແດງຄັ້ງນີ້ນາງຈະຫຼິ້ນໄດ້ອິນຂະໜາດໃດນັ້ນ ກໍໄປຕິດຕາມກັນໄດ້ເດິ້ ແຕ່ເລື່ອງຄວາມໜ້າຮັກ ສົດໄສ ນີ້ແອັດຮັບຮອງວ່າຜ່ານແຕ່ຍັງບໍ່ໄດ້ຫຼິ້ນພຸ້ນລະຈ່າ… ຮຽບຮຽງໂດຍ: Kuanjai Magazine …

Read More »