ການເຮັດວຽກກັບອົງກອນທີ່ເປັນ Startup ແມ່ນຕົວຕົນຂອງເຈົ້າບໍ່? ຫຼືການເຮັດວຽກກັບອົງກອນໃຫຍ່ໆ ຈະເໝາະສົມກັບເຈົ້າຫຼາຍກວ່າ? ເປັນຄໍາຖາມທີ່ເຈົ້າຄວນຊອກຄໍາຕອບໃຫ້ໄດ້ ກ່ອນທີ່ຈະໄປສະໝັກວຽກ ເຈົ້າຈຶ່ງຈະມີແນວທາງຊອກຫາວຽກທີ່ແມ່ນສໍາລັບຕົວເອງ ເຈົ້າອາດຈະຕັດສິນໃຈຈາດສະຖານທີ່ເຮັດວຽກ ບົດບາດໜ້າທີ່ວຽກງານ ຫຼືເຫດຜົນອື່ນໆ ທີ່ແອັດຈະນໍາສະເໜີຕໍ່ໄປນີ້ ເພື່ອຊ່ວຍໃຫ້ເຈົ້າສາມາດຕັດສິນໃຈໄດ້ງ່າຍຂຶ້ນ ວ່າເຈົ້າເໝາະສົມກັບວຽກງານໃນອົງກອນແບບໃດກັນແທ້!!! 1. ອົງກອນແບບ Startups ຖ້າເຈົ້າເປັນຄົນທີ່ມັກຄວາມອິດສະຫຼະ ແລະ ເປັນຄົນກ້າໄດ້ກ້າເສຍ ແນະນໍາໃຫ້ເຮັດວຽກໃນອົງກອນແບບ Startup ເພາະອົງກອນແບບນີ້ ເໝາະກັບຄົນທີ່ຕ້ອງການເວທີໃນການສະແດງຄວາມສາມາດ ຄວາມຄິດສ້າງສັນ ແລະ ຕ້ອງການຮຽນຮູ້ສິ່ງໃໝ່ໆ ເຊັ່ນຄຸນລັກສະນະຂອງເດັກຈົບໃໝ່ ຫຼືຄົນຍຸກໃໝ່ໃນຕອນນີ້ ສ່ວນຄົນທີ່ເຮັດວຽກມີປະສົບການມາແລ້ວ ຢາກເຮັດວຽກໃນອົງການແບບ Startup ຈະມີໂຄງສ້າງອົງກອນບໍ່ຕາຍຕົວ ເຮັດໃຫມີອິດສະຫຼະໃນການເຮັດວຽກ ສ້າງສັນວຽກໄດ້ຢ່າງເຕັມທີ່ ຖ້າເຈົ້າເລືອກທີ່ຈະເຕີບໃຫຍ່ໄປພ້ອມກັບອົງກອນແບບ Startup ເຈົ້າຈະພົບກັບບັນຫາຫຼາກຫຼາຍ ຕ້ອງເຮັດວຽກໃຫ້ໄດ້ຫຼາຍໆໜ້າທີ່ ແລະ ເຮັດວຽກບໍ່ເປັນເວລາ ເພື່ອຊ່ວຍສ້າງພາບລັກທີ່ດີ ແລະ ໃຫ້ອົງກອນເປັນທີ່ຮູ້ຈັກ ລອງຖາມຕົວເອງເດີ້ ວ່າເຈົ້າມີຄຸນສົມບັດເໝາະສົມ ແລະ ມີຄວາມສົນໃຈໃຈກັບການເຮັດວຽກໃນອົງກອນແບບນີ້ ຫຼືບໍ່? 2. …
Read More »Kuanjaitaem Kuanjai page
ສ່ອງແຟນສາວ!!! ເຈມ ຢູໂນ ຜູ້ແຕ່ງເພງດັງເກືອບ 100 ລ້ານວິວ… ບໍ່ທໍາມະດາມີດີກຣີເປັນເຖິງນາງແບບ!!!
ກະແສເພງດັງຫຼາຍເພງທີ່ ເຈມ ຢູໂນ ແຕ່ງກໍາລັງມາແຮງບໍ່ວ່າຈະເປັນເພງ ຢາກເປັນລູກເຂີຍ ໃສ່ໃຈໄດ້ແຕ່ມອງ ລວມທັງເພງທີ່ຮ້ອງເອງຄື ຜູ້ບ່າວລົດໄຖ ເຊິ່ງລະເພງນັ້ນຂຶ້ນຕິດຊ໊າດອັນດັບເພງດັງທີ່ມາແຮງທີ່ສຸດໃນປັດຈຸບັນທັງໃນລາວ ແລະບັນດາປະເທດເພື່ອນບ້ານ ຈົນຫຼ້າສຸດ ນ້ອງເຈມ ຄົນເກັ່ງຂອງເຮົາກໍຊື້ລົດຄັນງາມເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະຄອບຄົວໄປເປັນທີ່ຮຽບຮ້ອຍ… ແຕ່ມື້ນີ້ຂໍເອົາກະແສເພງໄວ້ກ່ອນ ເພາະກ່ອນໜ້າທີ່ ນ້ອງເຈມ ໄດ້ຂຶ້ນສະຖານະກັບສາວງາມຄົນໜຶ່ງວ່າ ກັບລັງຄົບກັນເປັນແຟນ ງານນີ້ເຮັດໃຫສາວໆອົກຮັກກັນເປັນແຖວໆ ໄປເລີຍຈ່າາາາ ແຕ່ແນວໃດກໍໃຫ້ອະໄພໄດ້ເພາະສາວທີ່ນ້ອງຂຶ້ນສະຖານະນໍານັ້ນໜ້າຕາໜ້າຮັກຈິ້ມລິ້ມພໍສົມຄວນ ແລະມື້ນີ້ ແອັດກໍຈະພາໄປສ່ອງນາງກັນຈ່າ!!! ຢາກຮູ້ກໍນໍາເລີຍ… ນ້ອຍແຕ່ໂຕ ຄວາມສາມາດບໍ່ໜ້ອຍ… ສໍາລັບແຟນສາວຂອງ ເຈມ ຢູໂນ ນັ້ນ ມີຊື່ວ່າ ນ້ອງເດຍນ່າ ຈ່າ ເປັັນນາງແບບອິດສະຫຼະ ຮັບທັງງານເດີນແບບ ຖ່າຍແບບ ເຊິ່ງຖ້າໃຜທີ່ຕິດຕາມນາງຢູ່ກໍຈະເຫັນວ່າຝືມີການຖ່າຍແບບນີ້ບໍ່ທໍາມະດາເລີຍຈ່າ… ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Tulavanh Diana ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 …
Read More »ນີ້ແຫຼະຄູ່ຊີວິດ!!! ສັກ ເຊວ ເຜີຍຊີວິດຄູ່ເກືອບໄປບໍ່ລອດ ເຄີຍອອກປາກຢາກປະ ແຕ່ສຸດທ້າຍຄິດໄດ້ ເລິກໆໃນໃຈຄືຮັກຫຼາຍ ແລະ ບໍ່ຢາກເສຍກັນໄປ…
ເລື່ອງຂອງຊີວິດຄູ່ ຫຼືຄູ່ຊີວິດນັ້ນ ເຊື່ອວ່າບໍ່ມີຄູ່ໃດທີ່ຈະລາບລື່ນ ໂຮຍດ້ວຍກີບກຸຫຼາບຄືກັບມື້ແຕ່ງທໍາອິດໄດ້ຕະຫຼອດດອກ (ແອັດກະຍັງບໍ່ຜ່ານສະຖາບັນນີ້ເທື່ອແຕ່ຄິດວ່າໜ້າຈະເປັນແບບນັ້ນ 555) ຄືກັບເລື່ອງລາວຂອງນັກຮ້ອງຄົນດັງຕະຫຼອດການ ອ້າຍສັກ ວົງ Cell ທີ່ໄດ້ອອກມາໂພສ Facebook ສ່ວນຕົວໃນມື້ຄືນທີ່ຜ່ານມານີ້ ກ່ຽວກັບຊີວິດຄູ່ທີ່ຜ່ານມາ… ໂດຍອ້າຍສັກໄດ້ໂພສຮູບຕົວຮູ້ກັບພັນລະຍາ ພ້ອມຂຶ້ນຕົ້ນມາດ້ວຍຄໍາວ່າ #ພວກຂ້ອຍເກືອບບໍ່ລອດ… ເຊິ່ງໄດ້ອ່ານພຽງເທົ່ານີ້ ກໍຮູ້ແລ້ວວ່າອ້າຍສັກຕ້ອງມີຫຍັງມາແບ່ງປັນກັບພວກເຮົາແນນ່ອນ ເຊິ່ງລາຍລະອຽດຈະເປັນແນວໃດນັ້ນ ມາເບິ່ງກັນເລີຍ!! #ພວກຂ້ອຍເກືອບບໍ່ລອດ ການໃຊ້ຊີວິດຄູ່ຄືການ ປັບໂຕ ຜ່ານເວລາຫຼາຍປີ ທີ່ ພະຍາຍາມປັບ… ແຕ່ບໍ່ຖືກທາງ ເພາະໄປວົນ ປັບເມຍໃຫ້ຄິດຄືໂຕ ຫຼື ປັບໂຕໃຫ້ຄິດຄືເມຍສຸດທ້າຍມີແຕ່ຜິດກັນ ເພາະການເຮັດແບບນັ້ນມັນຂັດໃຈໂຕເອງ(ຜິດຕໍ່ສັນດານດ້ານເລິກຂອງໂຕ)… ເວລາຜ່ານໄປໄລຍະນຶ່ງ3-5ປີທຳອິດ ຊີວິດຄູ່ ເຕັມໄປດ້ວຍຄວາມອຸກອັ່ງ ຄວາມຄຽດ ຄວາມນ້ອຍໃຈ ຕ້ອງກັນເລັກ ແຕະກັນໜ້ອຍ ກະລະເບີດໂລດ……ຫຼາຍຄັ້ງຍອມພ່າຍແພ້ ອອກປາກ ຢາກປະຢາກເລີກກັນ… ແຕ່ສຸດທ້າຍກະຫາທາງອອກໄດ້ ເພາະໃນໃຈເລິກໆ ແມ່ນຮັກຫຼາຍ ແລະ ບໍ່ຢາກເສຍກັນໄປ ມາຄິດໃໝ່ປັບໃໝ່ກະຄື ບໍ່ຕ້ອງປັບສັນດານຫັຍງກັນ …
Read More »ອ່ານເຕືອນສະຕິດຕົວເອງ!!! ຝາກຂໍ້ຄິດເຖິງຄົນທີ່ກໍາລັງເມື່ອຍ ແລະ ທໍ້ກັບວຽກທີ່ເຮັດຢູ່…
ເຮັດວຽກກໍຕ້ອງເມື່ອຍເປັນທໍາມະດາ ແຕ່ຖ້າເຮັດໄປແລ້ວບໍ່ມີຄວາມສຸກ ມີແຕ່ຈົ່ມເມື່ອຍ ເບື່ອວຽກ ບໍລິສັດບໍ່ດີ ວຽກໜັກ ເງິນເດືອນໜ້ອຍ ຖ້າມັນໜັກຂະໜາດນັ້ນກໍລາອອກໄປເທາະ!!! ແຕ່ຟ້າວກ່ອນສາວໆ ຢ່າຟ້າວຕັດສິນໃຈຖ້າຍັງບໍ່ໄດ້ອ່ານຂໍ້ຄວາມເຫຼົ່ານີ້… ປະໂຫຍກທໍາອິດ ທີ່ຕ້ອງຖາມຕົວເອງກ່ອນຕັດສິນໃຈລາອອກຄື ເຈົ້າເຮັດວຽກເພື່ອໃຜ? ຄໍາຕອບກໍເພື່ອຕົວເຈົ້າເອງນັ້ນແຫຼະ ເຈົ້າຫາເງິນເພື່ອລ້ຽງປາກລ້ຽງທ້ອງຂອງຕົວເອງ ແລະຄອບຄົວ ບໍ່ເຮັດກໍບໍ່ມີກິນ ບໍ່ເຮັດກໍອົດຕາຍ ສະນັ້ນ ຈັ່ງໃດກໍຕ້ອງເຮັດຢູ່ແລ້ວກໍຢ່າໃຫ້ມັນເມື່ອຍຟຣີ… ສອງ ຮຽນຮູ້ວຽກ ເຝິກຝົນການຂາຍ ທັກສະເຫຼົ່ານີ້ແຫຼະ ທີ່ຈະເປັນປະໂຫຍດກັບເຈົ້າໃນອະນາຄົດ ແລະ ບໍ່ມີໃຜຍາດມັນໄປໄດ້ ໃນໂລກນີ້ບໍ່ມີວຽກໃດທີ່ບໍ່ເມື່ອຍ ຖ້າຕອນນີ້ສະບາຍແລ້ວກໍສະແດງວ່າ ເມື່ອກ່ອນເປັນຄົນດຸໝັ່ນເຮັດວຽກ ອົດທົນສູ້ກັບຄວາມາບາກຈົນມີເງິນເກັບເງິນໃຊ້ໃນຕອນນີ້… ຖ້າເຈົ້າຍັງບໍ່ປ່ຽນແປງຕົວເອງ ໄປເຮັດວຽກຢູ່ໃນກໍຄືເກົ່າ ແລະ ຂໍເພີ່ມຕຶ່ມອີກວ່າ ເວລາພົບບັນຫາຢ່າເອົາຄົນອື່ນ ຫຼືສິ່ງອື່ນມາເປັນຂໍ້ອ້າງໃຫ້ກັບຕົວເອງ ເພາະຄົນແບບນີ້ບໍ່ມີວັນກ້າວໜ້າໄປໃສ ຄົນທີ່ບໍ່ມີຄວາມຮັບຜິດຊອບ ຈະບໍ່ມັກແກ້ໄຂບັນຫາໄດ້ດີເທົ່າໃດ… ຖ້າເຈົ້າຍິງແກ້ບັນຫາໄດ້ດີເທົ່າໃດ ຍິ່ງເຮັດວຽກໄດ້ດົນ ແລະ ລາຍໄດ້ກໍຍິ່ງເພີ່ມຂຶ້ນນັ້ນເອງ. ສາມ ຖ້າຈະຍ້າຍບ່ອນເຮັດວຽກໃໝ່ກໍໄດ້ ແຕ່ມັນກໍຕ້ອງພົບບັນຫາຢູ່ອີກນັ້ນແຫຼະ ແຕ່ບັນຫາອາດຈະບໍ່ເປັນຕາຢ້ານເທົ່າ ເຮົາບໍ່ຮູ້ຈະແກ້ບັນຫານັ້ນແນວໃດ ລອງສັງເກດເບິ່ງຄົນທີ່ແກ້ບັນຫາຍາກໆໃຫ້ບໍລິສັດໄດ້ສໍາເລັດ …
Read More »ເຮັດແບບນີ້ຂໍແຕ່ງງານ ຫຼືບໍ່? ລຸ້ນງານແຕ່ງ ບ່າວລາວສາວໄທ!!! ທັນວາ-ກຣີນ ນັກສະແດງຊື່ດັງປະເທດໄທ….
ສຶກສາເບິ່ງໃຈກັນມາເກືອບ 5 ປີແລ້ວ ສໍາລັບຄວາມຮັກຂອງຄູ່ຫວານຂອງພະເອກໜຸ່ມ ທັນວາ ສຸລິຍະຈັກ (ໜຸ່ມສັນຊາດລາວ ເຊື້ອສາຍໄທ-ຫວຽດນາມ-ຈີນ ແລະ ຟຣັ່ງ ແຕ່ໄປໂດງດັງຢູ່ທີ່ປະເທດໄທ) ແລະ ນາງເອກສາວໄທ ກຣີນ ອັດສະຖາພອນ ທີ່ຈັບມືກັນຜ່ານເລື່ອງລາວຕ່າງໆ ທັງສຸກ ແລະ ທຸກ ລວມເຖິງການລົງທຶນຮ່ວມຫຸ້ນເປີດຮ້ານອາຫານຍີ່ປຸ່ນທີ່ ຈັງຫວັດຊຽງໃໝ່ ປະເທດໄທ ແລະ ອີກຫຼາຍທຸລະກິດ… ເຊິ່ງກ່ອນໜ້ານີ້ພະເອກໜຸ່ມຂອງເຮົາກໍເຄີຍເວົ້າວ່າ ຄິດເຖິງເລື່ອງແຕ່ງງານແດ່ແລ້ວ ແຕ່ຂໍເກັບເງິນສ້າງຮາກຖານໃຫ້ແນ່ນອນກ່ອນ!!! ຫຼາສຸດ (ວັນທີ 9 ສິງຫາທີ່ຜ່ານມາ) ໃນ IG ຂອງສາວກຣີນ ໄດ້ລົງຮູບທີ່ຕົວເອງກັບແຟນໜຸ່ມຄວງກັນໄປດິນເນີ່ ແຕ່ງານນີ້ພັດພົບເຊີໄພຣ້ດ້ວຍການທີ່ ໜຸ່ມທັນວາກອບດອກໄມ້ຊໍ້ໃຫຍ່ມາມອບໃຫ້ ພ້ອມແຄັບຊັ່ນລຸ້ນອີກວ່າ ກຣີ໊ດ!! ມາແບບບໍ່ທັນຕັ້ງຕົວ ຂອບໃຈເດີ້ ໃນຂະນະທີ່ທາງຝ່າຍຊາຍກໍໄດ້ລົງຮູບທີ່ຕົວເອງກໍາລັງຄຸກເຄົ່າມອບຊໍ່ດອກໄມ້ພ້ອມລະບຸວ່າ Thank you for everything ເຫັນແບບນີ້ແລ້ວເຮັດໃຫ້ໝູ່ເພື່ອນໃນວົງການແຫ່ເຂົ້າມາຄອມເມັ້ນຮ່ວມນຍິນດີກັນຢ່າງລົ້ນຫຼາມ ແລະ ຍັງຖາມອີກວ່າ ໄດ້ເລິກງາມຍາມດີແຕ່ງມື້ໃດ? …
Read More »