Breaking News

Kuanjaitaem Kuanjai page

ບໍ່ໄດ້ທ້າແຕ່ຢາກໃຫ້ລອງ!! 5 ວິທີປ່ຽນຕົວເອງໃຫ້ກາຍເປັນ “ແມ່ຍິງຄິດບວກ”

ເພາະຊີວິດບໍ່ແມ່ນເລື່ອງງ່າຍ ໃນແຕ່ລະມື້ມີບັນຫາຫຼາຍຢ່າງເຂົ້າມາໃຫ້ແກ້ໄຂ ຄວາມຄຽດສະສົມຈາກຫຼາຍໆເລື່ອງ ເຮັດໃຫ້ເຮົາອາດຈະເປັນຄົນຄິດຫຼາຍ ກັງວົນ ແລະ ສ້າງກໍາແພງໃຫ້ຕົວເອງ ຈົນກາຍເປັນຄົນເບິ່ງໂລກໃນແງ່ລົບໄປໂດຍບໍ່ຮູ້ຕົວ ໃນເມື່ອຮູ້ແບບນີ້ແລ້ວ ວ່າບັນຫາບາງຢ່າງ ເຮົາກໍບໍ່ສາມາດຄວບຄຸມໄດ້ ຊັ້ນລອງປ່ຽນມາເປັນ ແມ່ຍິງຄິດບວກ ເບິ່ງໂລກໃນແງ່ດີກັນດີກວ່າ!!! ເຊິ່ງວ່າຈະເຮັດໄດ້ແນວໃດນັ້ນ ຂວັນໃຈ ມີເຄັດບໍ່ລັບມາຕ້ອນ… 1. ຢ່າມົວແຕ່ໂທດໂຊກສະຕາ ຈື່ໄວວ່າ ທຸກສິ່ງຢ່າງທີ່ເກີດຂຶ້ນ ລ້ວນແຕ່ມີທີ່ໄປທີ່ມາ ມີເຫດ ແລະ ຜົນຢູ່ສະເໝີ ຖ້າມົວແຕ່ໂທດໂຊກສະຕາ ເຈົ້າຈະບໍ່ມີວັນເຫັນທາງແກ້ໄຂໄດ້ ແຕ່ຖ້າເຈົ້າເບິ່ງວ່າບັນຫາ ຫຼືອຸປະສັກທີ່ພົບນັ້ນ ເປັນເລື່ອງທີ່ເກີດຈາກຄວາມບໍ່ຮອບຄອບຂອງເຈົ້າເອງ ຫຼືເກີດຈາກຄົນອື່ນ ເຈົ້າມີເຫດຜົນ ແລະ ຄິດຊອກຫາທາງແກ້ໄຂໄວ້ປັບໃຊ້ໃນຄັ້ງໜ້າ… 2. ຢູ່ກັບປັດຈຸບັນ ຢ່າັງວົນກັບເລື່ອງທີ່ຍັງບໍ່ເກີດ ຫຼາຍຄັ້ງທີ່ເຈົ້າມັກຈະມາຄິດຫຼາຍກັບເລື່ອງທີ່ຍັງບໍ່ເກີດ ຄິດວົນໄປວົນມາວ່າ ສິ່ງທີ່ກໍາລັງຈະເກີດຕ້ອງມີແຕ່ເລື່ອງບໍ່ດີ ທັ້ງໆທີ່ຍັງບໍ່ມີເຫດການໃດໆເກີດຂື້ນເລີຍ ການຢູ່ກັບປັດຈຸບັນຈຶ່ງຈໍາເປັນຫຼາຍ ເຮັດປັດຈຸບັນໃຫ້ດີ ໃຫ້ເຕັມທີ່ ແລ້ວຜົນທີ່ຕາມມາຈະດີເອງ ແລະ ທີ່ສໍາຄັນ ຄວນມີແຜນສໍາຮອງຢູ່ທຸກຄັ້ງ ຈະໄດ້ອຸ່ນໃຈວ່າ ຖ້າເກີດບັນຫາຂຶ້ນມາຈະແກ້ໄຂແນວໃດແດ່… …

Read More »

ສາວໆອ່ານດ່ວນ!!! ກິດຈະກໍາກ່ອນ 9 ໂມງເຊົ້າທີ່ແມ່ຍິງປະສົບຄວາມສໍາເລັດເຂົາມັກເຮັດ…

ຖ້າເຈົ້າເປັນຄົນໜຶ່ງທີ່ກົດປຸ່ມເລື່ອນໂມງປຸກໃນຕອນເຊົ້າຫຼາຍກວ່າ 10 ຄັ້ງກ່ອນຈະລຸກອອກຈາກບ່ອນນອນ ໃຊ້ເວລາແຕ່ງໜ້າ ແຕ່ງຕົວດົນ ຫຼືຟ້າວໆ ກິນເຂົ້າເຊົ້າລະຫວ່າງຂັບລົດໄປເຮັດວຽກ ບອກເລີຍວ່າຕາລາງກິດຈະກໍາຕອນເຊົ້າຂອງເຈົ້າ ຄວນປ່ຽນແປງໄດ້ແລ້ວແຫຼະ ຖ້າຕ້ອງການຈະມີຊີວິດທີ່ປະສົບຄວາມສໍາເລັດ!!! ແລະນີ້ຄື ສິ່ງທີ່ແມ່ຍິງປະສົບຄວາມສໍາເລັດ ມັກເຮັດກ່ອນ 9 ໂມງເຊົ້າ… 1.​ ເຄື່ອນໄຫວຮ່າງກາຍໃນຕອນເຊົ້າ ບໍ່ຈໍາເປັນຕ້ອງເຖິງຂັ້ນລຸກຂຶ້ນມາອອກກໍາລັງການ ພຽງເຝິກ ໂຍຄະ ຫຼືໄປຍ່າງຫຼິ້ນ ກໍຊ່ວຍເຮັດໃຫ້ເລືອດລົມສູບສີດ ຫຼຸດຄວາມຕຶງຄຽດ ແລະ ເສີມສ້າງອາລົມໄດ້ແລ້ວ 2. ບໍ່ກົດປຸ່ມເລື່ອນເວລາໂມງປຸກ ການກົດປຸ່ມເລື່ອນເວລາໂມງປຸກ ຈະເຮັດໃຫ້ໂມງຊີວະພາບຂອງເຈົ້າເກີດອາການວົນກັບ ເຊິ່ງອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນ ແລະ ອ່ອນເພຍຫຼາຍເປັນພິເສດ ໂດຍອາການດັ່ງກ່າວຈະກິນເວລາດົນເຖິງ 2-4 ຊົ່ວໂມງເລີຍແຫຼະ!! ຍ້ອນແບບນີ້ ເຫຼົ່າແມ່ຍິງຜູ້ທີ່ປະສົບຄວາມສໍາເລັດ ຈຶ່ງຕ້ອງເຝິກຕົວເອງໃຫ້ຕື່ນທັນໂມງປຸກດັງ 3. ຮັບປະທານອາຫານເຊົ້າ ອາຫານເຊົ້າ ຄືແຫຼ່ງພະລັງງານທີ່ເຈົ້າຕ້ອງການ ເພື່ອເລີ່ມຕົ້ນວັນໃໝ່ຢ່າງແທ້ຈິງ ເຊິ່ງຄົນທີ່ເຮັດວຽກໄດ້ດີ ແລະ ຜູ້ປະສົບຄວາມສໍາເລັດທັງຫຼາຍ ຈຶ່ງມັກໃຫ້ຄວາມສໍາຄັນກັບການຮັບປະທານອາຫານເຊົ້າເພື່ອສຸຂະພາບສະເໝີ ເພາະຊ່ວຍເພີ່ມປະສິດທິພາບໃນການເຮັດວຽກຂອງສະໝອງ ດັ່ງນັ້ນ ພວກນາງຈະບໍ່ມີອາການສະໝອງເບີ …

Read More »

ແປກແຕ່ແທ້!! ເດັກຍິງສະໝອງອັດສະລິຍະ ຈົບປະຖົມຂ້າມໄປມະຫາໄລ ແລະກາຍເປັນນັກວິສະວະລະດັບໂລກໃນໄວ 13 ປີ… ເປົ້າໝາຍຈະຮຽນໃຫ້ຈົບ ປ.ເອກ ພາຍໃນອາຍຸ 20 ປີ.

ເປີດ​ເຜີຍ​ເລື່ອງ​ລາວ​ຂອງ​ເດັກ​ຍິງ​ຄົນ​ໜຶ່ງ (ປະເທດໄທ) ທີ່ອາຍຸ 11 ປີ ຮຽນຈົບ ປ.6 ແຕ່ສາມາດເສັງຕິດເຂົ້າມະຫາວິທະຍາໄລໄດ້ໂດຍບໍ່ຕ້ອງຮຽນໃນລະດັບມັດທະຍົມສືກສາ ອີກທັງຍັງມີລາງວັນລະດັບໂລກຮັບປະກັນຄວາມສາມາດແລ້ວຫຼວງຫຼາຍອີກ, ຍິງ​ຄົນ​ນີ້​ຊື່ ອິ້ງ ພັດສະລາ ຈັນໂຊດສະຖຽນ ປັດ​ຈຸ​ບັນອາ​ຍຸ 15 ປີ ແລະ​ ຮຽນຢູ່ປີທີ 2 ສາຂາວິສະວະກໍາຄອມພິວເຕີ ສະຖາບັນເຕັກໂນໂລຊີນານາຊາດສິຣິນທອນ (SIIT) ມະຫາວິທະຍາໄລທໍາມະສາດ ແລະ ລາວໄດ້ວາງແຜນການສືກສາໄວ້ວ່າ ລາວຈະຕ້ອງສໍາເລັດການສືກສາໃນລະດັບປະລິນຍາເອກ ພາຍໃນອາຍຸ 20 ຕົ້ນໆ ອິ້ງ ບອກວ່າ ພໍ່ກັບແມ່ລ້ຽງ​ຕົນ​ພຽງແຮກເກີດໄດ້ພຽງສາມເດືອນ ​ແມ່​ກໍຫາເຄື່ອງຫຼິ້ນເສີມພັດທະນາການຂອງເດັກນ້ອຍເກີນໄວ 6 ເດືອນມາໃຫ້ຫຼິ້ນ ພໍອາຍຸເຂົ້າ 6 ເດືອນ ແມ່ກໍ່ຈັດຫາຂອງຫຼິ້ນຂອງເດັກໄວ 9 ເດືອນມາໃຫ້ໂດຍທີ່ແມ່ບໍ່ໄດ້ຖ້າໃຫ້ອາຍຸລາວຮອດຕາມເກນ ດຣ. ພີຣະພອນ ຈັນໂຊດສະຖຽນ ແມ່ຂອງອິ້ງໄວ 51 ປີ ໄດ້ກ່າວຕື່ມວ່າ ເມື່ອລູກເຂົ້າອະນຸບານ ລູກມີຄວາມຮູ້ລະດັບຂັ້ນອະນຸບານທັງໝົດແລ້ວລູກຈື່ງຮຽນຂອງເດັກໄວປະຖົມ …

Read More »

ສະຖານະການຍັງໜັກຂຶ້ນເລື້ອຍໆ!! ແຮງງານຫວຽດນາມປະມານ 30 ປາຍລ້ານຄົນວ່າງງານ-ລາຍໄດ້ຫຼຸດລົງ ຍ້ອນການລະບາດໂຄວິດ–19…

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ແຮງງານ ປະມານ 31 ລ້ານຄົນ ໃນຫວຽດນາມ ໄດ້ຮັບຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ – 19, ໃນຈຳນວນນີ້ມີຜູ້ວ່າງງານ 900.000 ຄົນ ແລະ ເກືອບ 18 ລ້ານຄົນ ມີລາຍໄດ້ຫຼຸດລົງ, ຫາກຍັງບໍ່ມີມາດຕະການເພື່ອກະຕຸ້ນເສດຖະກິດ ອາດສົ່ງຜົນໃຫ້ມີຜູ້ວ່າງງານເພີ່ມຂຶ້ນອີກ 5 ລ້ານຄົນ ພາຍໃນທ້າຍປີນີ້. ມາຮອດປັດຈຸບັນ ຫວຽດນາມ ມີຍອດຜູ້ຕິດເຊື້ອໂຄວິດ – 19 ສະສົມ 369 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ຍັງບໍ່ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນປະເທດຕິດຕໍ່ກັນ 80 ກວ່າວັນ ເນື່ອງຈາກສາມາດຄວບຄຸມການແຜ່ລະບາດໂຄວິດ – 19 ໄດ້ເປັນຢ່າງດີ. ແນວໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນກັບບັນຫາດ້ານເສດຖະກິດ ເນື່ອງຈາກອັດຕາການເຕີບໂຕທາງເສດຖະກິດໃນໄຕມາດ 2 ຂະຫຍາຍຕົວຕ່ຳສຸດໃນຮອບ 30 …

Read More »

ຊົມເຊີຍ!!! ຫຼວງພະບາງ ຕິດອັນດັບ 1 ໃນ 15 ເມືອງທີ່ງົດງາມ ແລະ ໜ້າທ່ອງທ່ອຽວທີ່ສຸດໃນ ອາຊີ…

ວາລະສານ Travel + Leisure ທີ່ມີຊື່ສຽງ ຂອງປະເທດອັງກິດ ໄດ້ຈັດການສໍາຫຼວດ ຄວາມນິຍົມຂອງນັກທ່ອງທ່ຽວ ກ່ອນເກີດການລະບາດຂອງເຊື້ອ ໂຄວິດ-19 ແລະໄດ້ປິດຜົນການລົງຄະແນນ ໃນເດືອນມີນາ 2020. ຜົນປະກົດວ່າ ຫຼວງພະບາງ ເຂົ້າມາໃຫມ່ ຕິດອັນດັບທີ #5 ຊຶ່ງບໍ່ໄດ້ຕິດອັນດັບມາ ໃນປີ 2019 ! 15 ອັນດັບເມືອງ ໃນອາຊີ ທີ່ມີຜົນການໂຫວດສູງສຸດ ປະຈໍາປີ 2020 ປະກອບມີ: 1 Hoi An ປະເທດ ຫວຽດນາມ 2 Chiang Mai ປະເທດໄທ 3 Kyoto ປະເທດ ຢີ່ປຸ່ນ 4 Udaipur ປະເທດ ອິນເດຍ 5 Luang Prabang ປະເທດ …

Read More »