Breaking News

Kuanjaitaem Kuanjai page

ຜົນການວິໄຈຊີ້!! ການມີເພື່ອນຮ່ວມງານດີ ຊ່ວຍໃຫ້ມີຄວາມສຸກ ແລະ ນໍາໄປສູ່ການມີລາຍໄດ້ທີ່ສູງຂຶ້ນ…

ຕ້ອງຍອມຮັບວ່າ ການເປັນມະນຸດເງິນເດືອນ ໃນຍຸກສະໄໝນີ້ນໍາມາເຊິ່ງຄວາມຕຶງຄຽດຫຼາກຫຼາຍ ທັງຈາກບັນຫາທີ່ເກີດຈາກຫົວໜ້າວຽກຈອມນ໋ຽບ ເພື່ອນຮ່ວມງານເຫັນແກ່ຕົວ ພາລະວຽກທີ່ຫຼາຍຂຶ້ນ ສະພາບແວດລ້ອມໃນການເຮັດວຽກທີ່ບໍ່ເປັນອິດສະຫຼະ ຫຼືແມ່ນແຕ່ບັນຫາການເດີນທາງທີ່ແສນລໍາບາກ ລ້ວນແລ້ວແຕ່ມີອິດທິພົນຫຼາຍ ຈົນເຮັດໃຫ້ຫຼາຍໆຄົນຕັດສິນໃຈລາອອກ ປ່ຽນວຽກໃໝ່ວົນໄປເລື້ອຍໆ ແນວໃດກໍຕາມ ທ່າມກາງຄວາມຕຶງຄຽດເຫຼົ່ານີ້ ກໍມີແສງສະຫວ່າງທີ່ສາມາດເຮັດໃຫ້ຄົນເຮົາສາມາດເຮັດວຽກໄດ້ຢ່າງມີຄວາມສຸກ ແລະ ສໍາເລັດຜົນໄດ້ກໍຄື ການມີໝູ່ຢ່າງໜ້ອຍໜຶ່ງຄົນທີ່ດີ ແລະ ຈິງໃຈຢູ່ບ່ອນເຮັດວຽກ ໂດຍການສຶກສາຂອງ Gallup ບໍລິສັດທີ່ຊ່ຽວຊານດ້ານຊັບພະຍາກອນມະນຸດ ພົບວ່າ ການມີເພື່ອນຮ່ວມງານທີ່ດີຈະຊ່ວຍໃຫ້ເຈົ້າເຮັດວຽກໄດ້ດີ ແລະ ມີຮີປະສິດທະພາບຫຼາຍຍິ່ງຂຶ້ນ ຈົນສາມາດນໍາໄປສູ່ລາຍໄດ້ທີ່ສູງຂຶ້ນອີກດ້ວຍ ເຫດຜົນກໍເພາະວ່າ ການມີໝູ່ເພື່ອນຊ່ວຍສ້າງຄວາມເປັນໄປໄດ້ຈະເຮັດສິ່ງຕ່າງໆ ໃຫ້ສໍາເລັດໄດ້ຫຼາຍຍິ່ງຂຶ້ນນັ້ນເອງ. ນັກຈາການີ້ ການມີໝູ່ໃນບ່ອນເຮັດວຽກສາມາດກະຕຸ້ນໃຫ້ເຈົ້າຮູ້ສຶກຢາກໄປເຮັດວຽກໄດ້ຫຼາຍຂຶ້ນ ເນື່ອງຈາກວ່າ ມັນຈະກາຍເປັນສະຖານທີ່ທີ່ເຈົ້າສາມາດໃຊ້ເວລາກັບຄົນທີ່ເຈົ້າມັກ ແລະ ມີຄວາມສຸກໄດ້ ແລະ ເປັນພື້ນທີ່ປອດໄພທີ່ຢາກຈະເຮັດວຽກໃນທຸກໆມື້ ດ້ວຍເຫດນີ້ຈຶ່ງມີຄວາມເປັນໄປໄດ້ວ່າ ສິ່ງນີ້ຈະເຮັດໃຫ້ເຈົ້າມີຄວາມຕ້ອງການໃນການມີສ່ວນຮ່ວມກັບໂຄງການຂອງບໍລິສັດຫຼາຍຂຶ້ນ ສູງເຖິງ 7 ເທົ່າ ນອກຈາກນີ້ ຍັງສາມາດຫຼຸດໂອກາດທີ່ເຮັດໃຫ້ເຈົ້າຢາກລາກອອກໄດ້ໜ້ອຍລົງເຖິງ 20% ເພື່ອນຮ່ວມງານດີ ການສຶກສາຍັງສະແດງໃຫ້ເຫັນອີກວ່າ 50% ຂອງພະນັກງານທີ່ເຮັດວຽກຮ່ວມກັບເພື່ອນຮ່ວມງານທີ່ດີ …

Read More »

ສຸດຍອດເກັ່ງຫຼາຍ!!! ແຮນນ່າ ສາວລາວ 1 ດຽວເທິງເວທີແຂ່ງຂັນເພື່ອເປັນ Girl Group Star (ປະເທດໄທ) ຜ່ານເຂົ້າຮອບ Team Audition ແລ້ວ…

ເລື່ອງຄວາມເກັ່ງບໍ່ເປັນສອງຮອງໃຜສໍາລັບ ສາວນ້ອຍ ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ຈາກນາງາມ ສູ່ການເປັນນັກສະແດງ ແລະ ຈາກນັກສະແດງສູ່ການແຂ່ງຂັນເພື່ອເຂົ້າເປັນ Girl Group Star ທີ່ປະເທດໄທ ໂດຍໃນນັ້ນ ແຮນນ່າ ເປັນສາວລາວ 1 ດຽວເທິງເວທີການແຂ່ງຂັນ ສໍາລັບຄືນວານທີ່ຜ່ານມານີ້ ແມ່ນສາວໆທັງໝົດ 20 ຄົນ ໄດ້ມີການແຂ່ງຂັນເພື່ອຜ່ານເຂົ້າຮອບ Team Audition 3 ທີມ ທີມລະ 6 ຄົນ ລວມເປັນ 18 ຄົນ ໝາຍຄວາມວ່າຮອບນີ້ມີ 2 ຄົນທີ່ຖືກຄັດອອກ ເຊິ່ງຮອບນີ້ ສາວແຮນນ່າ ຂອງເຮົາກໍໄດ້ຜ່ານເຂົ້າຮອບອີກແລ້ວຈ່າາາາ ໂດຍ ແຮນນ່າ ແມ່ນໄດ້ຢູ່ທີມຂອງ Unicorn ແນວໃດ ແຟນໆຊາວລາວ ແລະແອັດມິ້ນກໍຂໍສະແດງຄວາມຍິນດີນໍາ ແຮນນ່າ ຫຼາຍໆ ແລະ ຈະເປັນກໍາລັງໃຈໃຫ້ນ້ອງສູ້ຕໍ່ໄປຜ່ານເຂົ້າຮອບເລິກ …

Read More »

ດຣາມ່າບໍ່ຈົບງ່າຍ!!! ກຸ້ງມັງກອນຮ້ານຕູບ ແລະ ເມນູບໍ່ໄດ້ສັ່ງແຕ່ຢາກໄດ້ຕູບນັ່ງຕ້ອງໄດ້ເອົາ…

ກໍາລັງຕົກເປັນກະແສວິພາກວິຈານ ແລະ ຫາງສຽງຈົ່ມຈາກສັງຄົມ ກ່ຽວກັບການຕະຫຼາດຂອງຮ້ານອາຫານຕູບ ທີ່ເປັນແບບສະຖານທີ່ທ່ອງທ່ຽວແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ກ່ຽວກັບລາຄາຫານທີ່ຄ້ອນຂ້າງສູງ ແລະ ການຕະຫຼາດແບບງົງໆ… ເຊິ່ງຫຼາຍມີຄົນໂພສທາງ Facebook ກ່ຽວກັບປະເດັນດັ່ງກ່າວວ່າ: ລູກຄ້າທີ່ເຈີ ເຊິ່ງຈາກຫາງສຽງສັງຄົມເວົ້າເປັນສຽງດຽວກັນວ່າ ເວລາໄປຮ້ານດັ່ງກ່າວຈະນັ່ງຕູບພະນັກງານກໍ່ບອກວ່າເຕັມແລ້ວມີຄົນຈອງໝົດແລ້ວ ຫາກຈະເອົາແມ່ນທາງຮ້ານຈະປ່ອຍໃຫ້ ແຕ່ຕ້ອງໄດ້ເອົາເມນູອາຫານທີ່ພະນັກງານບອກວ່າຄົນທີ່ຈອງຫັນສັ່ງໄວ້ກ່ອນແລ້ວ ຫາກຈະເອົາຕູບກໍ່ຕ້ອງໄດ້ເອົາອາຫານຕາມທີ່ເຂົາສັ່ງໄວ້ຫັນອີກດ້ວຍ!!! ຫາງສຽງຈາກສັງຄົມ ເຊິ່ງຫຼາຍຄົນກໍ່ຍອມເອົາຍ້ອນຢາກນັ່ງ ແຕ່ບາດບິນມາຫຼາຍຄົນກໍ່ບອກວ່າເມນູບໍ່ໄດ້ສັ່ງກໍ່ມີ ແລະ ແລ້ວກໍ່ມີຫຼາຍຕູບທີ່ຖືກແບບນັ້ນເວລາເຂົາຍ່າງໄປຖາມກັນມີຫຼາຍຕູບຖືກຄືກັນໝົດ ບາງຄົນກໍ່ໜັກຍ້ອນວ່າເມນູຖືກຊໍ້າກັນກໍ່ມີ. ຄົນທີ່ເຈີ ເຊິ່ງຄວາມຈິງເປັນແນວໃດນັ້ນ ວອນໃຫ້ພາກສ່ວນກ່ຽວຂ້ອງລົງໄປກວດສອບເບິ່ງ ຫາກເປັນຄວາມຈິງກໍເທົ່າກັບເອົາປຽບປະຊາຊົນ ແລະ ຖ້າຫາກມີການເຂົ້າໃຈຜິດກັນລະຫວ່າງລູກຄ້າ ແລະ ທາງຮ້ານກໍຫວັງວ່າທາງຮ້ານຈະອອກມາຊີ້ແຈງ. ບິນລາຄາ ບິນທີ່ລູກຄ້າ ທີ່ມາ: Laos 360

Read More »

ສຸດສະເທືອນໃຈ!!! ຄູສາອາໂພສ “ເຮັດວຽກມາ 6 ປີ ເຮັດດ້ວຍຄວາມລໍາບາກເງິນເດືອນບໍ່ມີ ພໍ່-ແມ່ຕາຍຈາກ ອາຊີບທີ່ຮັກກໍໄປບໍ່ເຖິງຝັນ” ພ້ອມກ່າວອໍາລາອາຊີບ…

ຮູ້ສຶກວ່າໄລຍະນີ້ຈະມີຂ່າວຄາວເລື່ອງການລາອອກຂອງຄູອາສາຫຼາຍຄົນ ເຊິ່ງແຕ່ລະຄົນນັ້ນກໍໃຊ້ເວລາກັບອາຊີບນີ້ດົນພໍສົມຄວນບໍ່ຕໍ່າກວ່າ 5-6 ປີ ຜົນສຸດທ້າຍຫຼາຍຄົນກໍເວົ້າເປັນສຽງດຽວກັນຄື ອຸດົມການບໍ່ສາມາດຊ່ວຍໃຫ້ຊີວິດຢູ່ລອດໄດ້ ແນ່ນອນວ່າ ນັ້ນກໍຄື ເງິນ ເພາະມັນໝາຍເຖິງຄວາມສາມາດໃນການລ້ຽງດູຕົວເອງ ແລະ ຄອບຄົວ… ເລື່ອງລາວຂອງຄູອາສາຄົນນີ້ກໍເຊັ່ນດຽວກັນ ທີ່ເພິ່ນໄດ້ໂພສຜ່ານ Facebook ສ່ວນຕົວທີ່ຊື່ວ່າ P’Nutnoy Phommaharn ເລົ່າເຖິງຄວາມລໍາບາກໃນການຕັດສິນໃຈຍຸຕິອາຊີບ ຄູອາສາ ທີ່ເຮັດມາໄດ້ 6 ປີ ເຂົ້າປີທີ 7 ແລ້ວແຕ່ກໍຍັງບໍ່ມີວີ່ແວວ ຈຶ່ງຕັດສິນໃຈລາອອກໃນທີ່ສຸດ ໂດຍມີລາຍລະອຽດວ່າ: “ມາຮອດມື້ນີ້ຈົນໄດ້ ມື້ທີ່ເຮົາຕ້ອງອຳລາ ຈາກການເປັນຄູອາສາ ເຮັດວຽກມາ6ປີ ເຮັດມາດ້ວຍຄວາມລຳບາກ ແຕ່ບໍ່ມີຫຍັງເກີດຂື້ນເລີຍ ເງີນເດືອນກະບໍ່ໄດ້ ທາງບ້ານພໍ່ແມ່ກະເສຍເບີດແລ້ວ ຢູ່ໂຕຄົນດຽວ ສິເຮັດຫຍັງກະຢາກຫວັງເພີ່ງອາຊີບຄູເຮົາກະໄປບໍ່ເຖີງຝັນ ທາງທີຢ່າງມາມັນຕັນແລ້ວເຮົາກະຕ້ອງຖອຍອອກມາ ສຸດທ້າຍນີ້ກະຂໍຂອບໃຈເອື້ອຍອ້າຍຄູ.ທີ່ຢູ່ໂຮງຮຽນມໍຕົ້ນເວີນຄຳເມືອງແກ່ນທ້າວແຂວງໄຊຍະບູລີທຸກຄົນທີ່ໃຫ້ຄວາມຊ່ວຍເຫຼືອ.ຕະຫລອດຮອດພໍ່ແມ່ອ້າຍເອື້ອຍນ້ອງເບີດທຸກຄົນທີ່ຄອຍໃຫ້ຄວາມຊ່ວຍເຫຼືອຕະຫລອດມາ #ລ່າກ່ອນຊີວິດຄູອາສາ(ຍ້ອນເຮົາເສັງບໍ່ໄດ້)” ຫຼັງຈາກທີ່ໂພສດັ່ງກ່າວຖືກເຜີຍແຜ່ອອກມາ ກໍໄດ້ມີໝູ່ເພື່ອນ ແລະ ຊາວເນັດເຂົ້າໄປສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ ລວມເຖິງໃຫ້ກໍາລັງໃຈ ແລະ ແນະນໍາວຽກໃຫ້… ເຊິ່ງອ່ານແລ້ວກໍຮູ້ສຶກເສົ້າໄປນໍາ ແນວໃດແອັດກໍຂໍເປັນກໍາລັງໃຈໃຫ້ …

Read More »

ຊົມເຊີຍໃນຄວາມສາມາດ ແລະ ກ້າສະແດງອອກ!!! ສອງອ້າຍນ້ອງເຈມ-ກູດ ຈາກເດັກນ້ອຍບ້ານນອກ ສູ່ນັກຮ້ອງດັງ 40 ລ້ານວິວ ກາຍເປັນທີ່ຮູ້ຈັກທັງພາຍໃນ ແລະ ຕ່າງປະເທດ…

ເປັນເລື່ອງທີ່ໜ້າຍິນດີຫຼາຍ ສໍາລັບປາກົດການກະແສຄວາມນິຍົມເພງລາວ ທີ່ກໍາລັງມາແຮງໃນໄລຍະນີ້!! ດັ່ງທີ່ເຄີຍນໍາສະເໜີເພງດັງຈາກ You Tuber ຊື່ດັງໄປແລ້ວ ຫຼັງປ່ອຍເພງ ຢາກເປັນລູກເຂີຍ ອອກໄປໄດ້ບໍ່ດົນ ກໍມີຍອດຄົນເບິ່ງເຖິງ 40 ປາຍລ້ານວິວ. ຄຽງຄູ່ກັບເພງ ຢາກເປັນລູກເຂີຍ ທີ່ມາແຮງຢູ່ໃນຕອນນີ້ ກໍຍັງມີເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ທີ່ປັດຈຸບັນກໍມີຍອດວິວແລ້ວເຖິງ 40 ປາຍລ້ານວິວເຊັ່ນກັນ… ລວມໄປເຖິງເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ຫຼື ທີເຈມ ຢູໂນ ທີ່ໄດ້ຮ່ວມຮ້ອງເພງ ຢາກເປັນລູກເຂີຍ ກໍກໍາລັງມາແຮງທີ່ສຸດໃນຕອນນີ້!!! ມື້ນີ້ ແອັດຈະພາມາເປີດວາບ 2 ອ້າຍນ້ອງ ນ້ອງເຈມ ແລະ ນ້ອງກູດນໍາກັນ!! ແຕ່ກ່ອນອື່ນໝົດແອັດກໍມີເພງມາໃຫ້ຟັງກ່ອນ… ເພງ ໃສ່ໃຈໄດ້ແຕ່ມອງ ຂອງນ້ອງກູດ ເພງ ຜູ້ບ່າວລົດໄຖ ຂອງນ້ອງເຈມ ສໍາລັບນ້ອງສອງຄົນທີ່ກໍາລັງຖືກເວົ້າເຖິງຢ່າງຫຼວງຫຼາຍໃນຕອນນີ້ ທັງສອງແມ່ນເປັນອ້າຍນ້ອງກັນ ເປັນເດັກນ້ອຍບ້ານໆ ທີ່ມີຄວາມມັກຮັກໃນດົນຕີ ຈົນມີເພງເປັນຂອງຕົວເອງ …

Read More »