ຫຼ້າສຸດນັກວິທະຍາສາດໄດ້ເຕືອນເຖິງຄວາມເປັນໄປໄດ້ ທີ່ສະໝອງຄົນເຮົາເກີດຄວາມເສຍຫາຍມີຄວາມເຊື່ອມໂຍງກັບ Corona Virus ຫຼື Covid-19 ເນື່ອງຈາກມີຫຼັກຖານໃໝ່ທີ່ຊີ້ໃຫ້ເຫັນວ່າ ໂຄວິດ-19 ສາມາດນໍາໄປສູ່ພາວະແຊກຊ້ອນທາງລະບົບປະສາດອັກເສບ ມີຄວາມຜິດປົກກະຕິທາງຈິດ ແລະ ສະໝອງມືນງົງ ການສຶກສາໂດຍນັກວິໄຈຈາກ University College London (UCL) ອະທິບາຍຜູ້ຕິດເຊື້ອ Covid-19 43 ຄົນທີ່ໄດ້ຮັບຄວາມຜິດປົກກະຕິຂອງສະໝອງຊົ່ວຄາວ ຈາກຄວາມເສຍຫາຍຂອງເສັ້ນປະສາດ ຫຼືຜົນກະທົບທາງສະໝອງທີ່ຮຸນແຮງອື່ນໆ Covid-19 ເປັນພະຍາດທີ່ເກີດຈາກ Corona Virus ໃໝ່ ສ່ວນໃຫຍ່ເປັນພະຍາດທາງເດີນຫາຍໃຈທີ່ສົ່ງຜົນກະທົບຕໍ່ປອດ ແຕ່ນັກວິທະຍາສາດ ແລະ ແພດຜູ້ຊ່ຽວຊານດ້ານສະໝອງບອກວ່າ ມີຫຼັກຖານທີ່ກ່ຽວຂ້ອງກັບຜົນກະທົບຕໍ່ສະໝອງ Adrian Owen ນັກປະສາດວິທະຍາຈາກຕາເວັນຕົກ ມະຫາວິທະຍາໄລໃນ Cnnada ຍັງກ່າວອີກວ່າ “ຄວາມກັງວົນຂອງຂ້ອຍຄືຕອນນີ້ມີຜູ້ຄົນນັບລ້ານຕິດເຊື້ອ Covid-19 ແລະ ຖ້າໃນເວລາ 1 ປີ ເຮົາມີຄົນປິ່ນປົວເຊົາ 10 ລ້ານຄົນ ແລະ ຄົນເຫຼົ່ານັ້ນມີຄວາມບົກຜ່ອງທາງສະຕິປັນຍາ …
Read More »Kuanjaitaem Kuanjai page
ມາເບິ່ງ! 5 ຄຸນລັກສະນະຂອງແມ່ຍິງທີ່ມັກປະສົບຜົນສຳເລັດ ເບິ່ງໄວ້ ແລ້ວລົງມືຶເຮັດ!!!
ຍຸກສະໄໝນີ້ປ່ຽນໄປແລ້ວ ບໍ່ຈຳເປັນທີ່ແມ່ຍິງຈະເປັນຊ້າງຕີນຫຼັງ ລໍຖ້າຍ່າງນຳກົ້ນຜຸ້ຊາຍ ຫຼື ຢູ່ໃນໂອວາດ ແຕ່ເຮົາຢູ່ໃນຍຸກທີ່ບໍ່ວ່າແມ່ຍິງ ຫຼື ຜູ້ຊາຍກໍມີສິດທິທີ່ເທົ່າທຽມກັນ ເຮົາສາມາດຍ່າງໄປພ້ອມໆກັນໄດ້ ໂດຍທີ່ຕ່າງຄົນຕ່າງສະໜັບສະໜູນເຊິ່ງກັນ ແລະ ກັນ ແລ້ວຖ້າຫາກວ່າຢາກຈະເປັນແມ່ຍິງທີ່ປະສົບຜົນສຳເລັດ ຕ້ອງມີລັກສະນະ 5 ຢ່າງດັ່ງນີ້: 1. ຮູ້ຈັກຍອມຮັບຄວາມຈິງ ບໍ່ໄດ້ບອກວ່າຈະຕ້ອງຍິ້ມສົດໃສ ຫົວດີໃຈໃນເວລາທີ່ຢູ່ໃນບັນຫາ ເຮົາທຸກຄົນຂຶ້ນຊື່ວ່າເປັນມະນຸດ ຍ່ອມມີສິດທີ່ຈະເສຍໃຈ ຫຼື ບໍ່ພໍໃຈກັບບັນຫາຕ່າງໆ ແຕ່ສິ່ງທີ່ຈະເຮັດໃຫ້ແຕກຕ່າງອອກໄປ ຄືການຍອມຮັບຄວາມຈິງ ຍອມຮັບວ່າບັນຫາໄດ້ເກີດຂຶ້ນແລ້ວ ແລະ ພະຍາຍາມແກ້ໄຂບັນຫາຢ່າງສຸດຄວາມສາມາດ ບໍ່ປ່ອຍໃຫ້ຕົວເອງຈົມຢູ່ກັບຄວາມທຸກ ຈົນບໍ່ເປັນອັນເຮັດຫຍັງ 2. ຮຽນຮູ້ແລະພັດທະນາຕົວເອງຢູ່ສະເໝີ ບໍ່ວ່າຕອນນີ້ເຈົ້າຈະອາຍຸເທົ່າໃດ ຜ່ານປະສົບການໃນຊີວິດຫຼາຍ ຫຼື ໜ້ອຍເທົ່າໃດ ຈະຖືກສັງຄົມມອບໂລ່ລາງວັນຍົກຍ້ອງວ່າເປັນແມ່ຍິງເກັ່ງ ປະສົບຄວາມສຳເລັດໃນດ້ານຕ່າງໆມາຫຼາຍ ແຕ່ແທ້ທີ່ຈິງແລ້ວສິ່ງທີ່ຈຳເປັນທີ່ສຸດຄືຕ້ອງເດີນໜ້າຮຽນຮູ້ຕໍ່ໄປ ຄົນທີ່ປະສົບຄວາມສຳເລັດ ຈະບໍ່ຢຸດພັດທະນາ ໂລກມີການປ່ຽນແປງຢູ່ຕະຫຼອດເວລາ ຖ້າຢຸດນັ້ນກໍໝາຍຄວາມວ່າ ກຳລັງຖອຍຫຼັງໄປເລື້ອຍໆ 3. ແບ່ງເວລາເຮັດວຽກ ແລະ ຊີວິດສ່ວນຕົວເປັນສັດສ່ວນ ເຮັດຄວາມເຂົ້າໃຈກັນກ່ອນວ່າ …
Read More »ຄໍາຖາມໂລກແຕກ… ເງິນເດືອນເທົ່າໃດ? ຄວນຖາມ ຫຼືບໍ່? ຍ້ອນຫຍັງ? ມີຄໍາຕອບ!!!
ພໍດີໄດ້ອ່ານບົດຄວາມຈາກ Page ໜຶ່ງຂອງໄທ ກ່ຽວກັບບັນຫາຄໍາຖາມແທງໃຈ ຂອງມະນຸດເງິນເດືອນ ທີ່ເຊື່ອວ່າທຸກຄົນຕ້ອງເຄີຍເຈິ ເຊິ່ງຜູ້ທີ່ຖາມຈະເປັນໃຜກໍໄດ້ ບາງຄັ້ງກໍຄົນໃນຄອບຄົວ ໝູ່ເພື່ອນ ອ້າຍເອຶ້ອຍນ້ອງ ລວມໄປເຖິງລຸງ ປ້າ ອາວອາ ແລະ ນ້າຂ້າງບ້ານ… ເຊັ່ນວ່າ ເງິນເດືອນທໍ່ໃດ? ເຊິ່ງມັນອາດຈະເປັນຄໍາຖາມທໍາມະດາທີ່ທຸກຄົນຄິດວ່າ ເປັນເລື່ອງປົກກະຕິ ແຕ່ບາງຄັ້ງເຮົາຊໍ້າພັດຮູ້ສຶກບໍ່ຢາກຕອບ ແລະ ຮູ້ສຶກບໍ່ພໍໃຈທີ່ຖືກຖາມເລີຍ ຫຼືບາງຄັ້ງເຮົາຊໍ້າພັດເປັນຄົນຢາກຮູ້ເງິນເດືອນຊາວບ້ານເຂົາຄືກັນ 555+ ມັນເປັນຍ້ອນຫຍັງລະ? ສິ່ງທີ່ຄວນຄັ້ງຄໍາຖາມຫຼາຍກວ່າຄື ເປັນຫຍັງຄົນເຮົາຈຶ່ງຕ້ອງມາຊອກຄໍາຕອບເລື່ອງເງິນເດືອນຈາກໝູ່ ກໍຍ້ອນວ່າ ເຮົາອາດຈະບໍ່ໄດ້ຄໍາຕອບທີ່ຊັດເຈນຈາກບໍລິສັດ ເຮົາອາດຈະບໍ່ຮູ້ວ່າເຮົາຈະເຕີບໂຕໄປໄດ້ຫຼາຍນ້ອຍສໍ່າໃດ ແລະ ສິ່ງທີ່ເຮົາໄດ້ຢູ່ນີ້ທຽບກັນໃນຕະຫຼາດແລ້ວ ເຮົາບໍ່ໄດ້ກໍາລັງຖືກບໍລິສັດເອົາປຽບ ສິ່ງເຫຼົ່ານີ້ມັນສະທ້ອນອອກມາເລີຍວ່າ ບໍລິສັດບໍ່ໄດ້ເຮັດໃຫ້ເຮົາໄວ້ວາງໃຈ ຫຼືຮູ້ສຶກສະບາຍໃຈໃນເລື່ອງເງິນເດືອນ ເຮົາເລີຍຕ້ອງອອກມາຊອກຄໍາຕອບທາງນອກເອງ ບັນຫາຄື ເມື່ອມາຊອກຄໍາຕອບຈາກພາຍນອກ ມັນກໍອາດຈະໄດ້ຄໍາຕອບທີ່ບໍ່ຖືກຕ້ອງ ຫຼືເອົາມາທຽບກັນບໍ່ໄດ້ ເພາະເປັນຄົນລະບໍລິບົດກັນ ແລ້ວເຮົາກໍຈະກັບມາພ້ອມກັບຄໍາຕອບທີ່ຜິດໆ ດັ່ງນັ້ນ ບໍລິສັດທີ່ດີຕ້ອງໃຫ້ຄວາມສໍາຄັນກັບການສື່ສານກັບພະນັກງານແຕ່ລະຄົນດ້ວຍ ຖ້າເຂົາໄດ້ຮັບຂໍ້ມູນທີ່ຖືກຕ້ອງ ຖ້າເຂົາໄດ້ຮັບຄ່າຕອບແທນທີ່ເປັນທໍາຕັ້ງແຕ່ຕົ້ນ ຖ້າພະນັກງານກັບບໍລິສັດສື່ສານກັນດ້ວຍດີມາຕະຫຼອດ ເຂົາບໍ່ຈໍາເປັນຕ້ອງໄປຊອກຄໍາຕອບຈາກບ່ອນອື່ນເລີຍ ເຂົາຄວນຈະໄດ້ຮັບຄໍາຕອບທີ່ເຂົາສົງໄສໃນບໍລິສັດຈາກບໍລິສັດໂດຍກົງ …
Read More »ສະແດງຄວາມຍິນດີນໍາ!!! ອ່ອນຄຳ ແກ້ວມະນີ ຖືກແຕ່ງຕັ້ງເປັນ Mister hot men universe Laos 2020 ເພື່ອກະກຽມໄປປະກວດຕໍ່ຢູ່ບາງກອກ…
ປັດຈຸບັນເວທີການປະກວດຄວາມງາມບໍ່ໄດ້ມີພຽງແຕ່ແມ່ຍິງເທົ່ານັ້ນ ເພາະຕອນນີ້ມີການປະກວດທຸກເພດທຸກໄວ ເວົ້າສະເພາະລາວເຮົາເອງກໍ່ເຊັ່ນດຽວກັນ ມີເວທີການປະກວດທີ່ຫຼາກຫຼາຍ ທັງຍິງ, ຊາຍ, ເພດທາງເລືອກ ແລະ ເດັກນ້ອຍ ໂດຍມີມາດຕະຖານຄັດເລືຶອກທີ່ແຕກຕ່າງກັນ. ແຕ່ສໍາລັບປີນີ້ ດັ່ງທີ່ທຸກທ່ານຮັບຮູ້ວ່າຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ຫຼາຍເວທີປະກວດໃນປີ 2020 ຕ້ອງໂຈະໄປກ່ອນ ແຕ່ໃນນີ້ກໍ່ມີຫຼາຍເວທີເຊັ່ນກັນທີ່ຄັດເລືອກເອົາບຸກຄົນໃດໜຶ່ງທີ່ມີຄຸນນະພາບພຽງພໍແຕ່ງຕັ້ງຂຶ້ນຮັບຕໍາແໜ່ງໂດຍອັດຕະໂນມັດ ດັ່ງກັບໜຸ່ມໜ້າໃສ ມາດເຂັ້ມ ອ່ອນຄໍາ ແກ້ວມະນີ ທີ່ຖືກແຕ່ງຕັ້ງເປັນ Mister hot men universe Laos 2020 ເພື່ອເປັນຕົວແທນຂອງລາວເຮົາໄປປະກວດຢູ່ບາງກອກປະເທດໄທ. ແນ່ນອນວ່າໜຸ່ມຄົນນີ້ຫາກໍ່ໄດ້ຮັບຕໍາແໜ່ງໄປເມື່ອວັນທີ 6 ກໍລະກົດທີ່ຜ່ານມາ, ເຊື່ອວ່າຫຼາຍຄົນຍັງບໍ່ທັນຮູ້ຈັກ, ດັ່ງນັ້ນ ມື້ນີ້ທີມງານບັນເທີງຂອງພວກເຮົາໄດ້ສອດສ່ອງພ້ອມນໍາຂໍ້ມູນສ່ວນຕົວເລັກນ້ອຍມາໃຫ້ທຸກທ່ານໄດ້ຮູ້ຈັກໜຸ່ມຄົນນີ້ນໍາກັນ.ທ້າວ ອ່ອນຄໍາ ແກ້ວມະນີ ຫຼື ລິນຕະ ອາຍຸ 26ປີ, ມີຖິ່ນຖານບ້ານເກີດຢູ່ແຂວງຫຼວງພະບາງ, ເຊິ່ງປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາຕີສາຂາການເງິນ-ການບັນຊີຢູ່ທີ່ວິທະຍາໄລການເງິນດົງຄໍາຊ້າງ. ຜ່ານມາໜຸ່ມຄົນນີ້ມີຜົນງານການຖ່າຍແບບຈໍານວນບໍ່ໜ້ອຍ ພ້ອມຖ່າຍລະຄອນເພງຈໍານວນໜຶ່ງ. ຕໍ່ກັບການກຽມຕົວເຂົ້າຮ່ວມປະກວດຢູ່ທີ່ບາງກອກ ໜຸ່ມລິນຕະໃຫ້ຮູ້ວ່າ: ຕ້ອງໄດ້ປັບຕົວເບິ່ງແຍງຕົວເອງຫລາຍກວ່າເກົ່າບໍ່ວ່າຈະເປັນເລື່ອງອອກກຳລັງກາຍ ຮຽນຮູ້ເພີ່ມເຕີມກຽວກັບວັດທະນະທຳລາວເພື່ອນໍາໄປໄປເຜີຍແຜ່ສູ່ສາກົນ ໃຫ້ເຂົາເຈົ້າໄດ້ຮັບຮູ້ວັດທະນະທຳລາວຫຼາຍຂຶ້ນ. ແຕ່ທັງນີ້ທັງນັ້ນ …
Read More »ຄັ້ງທໍາອິດໃນປະເທດລາວ!! ກັບເວທີປະກວດນາງງາມທີ່ເປີດໂອກາດໃຫ້ສາວອວບໄດ້ໂຊຄວາມສາມາດ… “Miss Heavy Queen Laos”
ໂຄງການປະກວດສາວອວບອ້ວນ ເຮວີຄວີນລາວສາວອວບ 2020 ຖືເປັນອີກໜຶ່ງປະກົດການໃໝ່ໃນເວທີປະກວດນາງສາວງາມ ເປັນການເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່. ທ່ານ ອໍາໄພວັນ ສຸວັນທອນ ປະທານບໍລິສັດ ມີສບິວຕີ້ ພາວເວີລາວ ຈໍາກັດ ແລະ ຍັງເປັນປະທານໂຄງການ ເຮວີຄວີນລາວສາວອວບ 2020 ໃຫ້ສໍາພາດແກ່ທີມຂ່າວບັນເທີງພວກເຮົາວ່າ: ການຈັດໂຄງການປະກວດນີ້ມີ 2 ຈຸດປະສົງຫຼັກກໍ່ຄື ເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່ ແລະ ອີກໜຶ່ງຈຸດປະສົງແມ່ນສົ່ງເສີມໃຫ້ນາງສາວເຫຼົ່ານີ້ເປັນກະບອກສຽງພ້ອມເປັນຕົວແທນລົງພື້ນທີ່ໃຫ້ຄວາມຊ່ວຍເຫຼືອສັງຄົມ. ແນວໃດກໍ່ຕາມ ຫຼັງຈາກທີ່ມີການປະກາດຮັບສະໝັກຜ່ານທາງເພຈ Heavy Queen Laos ໂຄງການດັ່ງກ່າວແມ່ນໄດ້ຮັບສຽງຕອບຮັບດີຫຼາຍຈາກສາວອວບໃນທົ່ວປະເທດ ໂດຍມີຜູ້ສະໝັກເຂົ້າຮ່ວມເຖິງ 500ກວ່າຄົນ. ແຕ່ທັງນີ້ທັງນັ້ນ ທາງໂຄງການໄດ້ຄັດເລືອກມາໄດ້ຈໍານວນ 27 ທ່ານທີ່ປ່ຽມລົ້ນໄປດ້ວຍຄຸນນະພາບ ເພື່ອຂຶ້ນເວທີ Heavy Queen Laos ປີນີ້. ຫຼ້າສຸດ, ວັນທີ 6 ກໍລະກົດ …
Read More »