ໂຄງການປະກວດສາວອວບອ້ວນ ເຮວີຄວີນລາວສາວອວບ 2020 ຖືເປັນອີກໜຶ່ງປະກົດການໃໝ່ໃນເວທີປະກວດນາງສາວງາມ ເປັນການເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່. ທ່ານ ອໍາໄພວັນ ສຸວັນທອນ ປະທານບໍລິສັດ ມີສບິວຕີ້ ພາວເວີລາວ ຈໍາກັດ ແລະ ຍັງເປັນປະທານໂຄງການ ເຮວີຄວີນລາວສາວອວບ 2020 ໃຫ້ສໍາພາດແກ່ທີມຂ່າວບັນເທີງພວກເຮົາວ່າ: ການຈັດໂຄງການປະກວດນີ້ມີ 2 ຈຸດປະສົງຫຼັກກໍ່ຄື ເປີດໂອກາດໃຫ້ສາວອ້ວນ, ສາວຮູບຮ່າງໃຫຍ່ໄດ້ມາສະແດງສັກກະຍະພາບຄວາມຮູ້ຄວາມສາມາດ, ເສີມສ້າງຄວາມໝັ້ນໃຈໃຫ້ພວກເຂົາເຫຼົ່ານັ້ນກ້າສະແດງອອກ ໃນສິ່ງທີ່ຕົນເອງມີຢູ່ ແລະ ອີກໜຶ່ງຈຸດປະສົງແມ່ນສົ່ງເສີມໃຫ້ນາງສາວເຫຼົ່ານີ້ເປັນກະບອກສຽງພ້ອມເປັນຕົວແທນລົງພື້ນທີ່ໃຫ້ຄວາມຊ່ວຍເຫຼືອສັງຄົມ. ແນວໃດກໍ່ຕາມ ຫຼັງຈາກທີ່ມີການປະກາດຮັບສະໝັກຜ່ານທາງເພຈ Heavy Queen Laos ໂຄງການດັ່ງກ່າວແມ່ນໄດ້ຮັບສຽງຕອບຮັບດີຫຼາຍຈາກສາວອວບໃນທົ່ວປະເທດ ໂດຍມີຜູ້ສະໝັກເຂົ້າຮ່ວມເຖິງ 500ກວ່າຄົນ. ແຕ່ທັງນີ້ທັງນັ້ນ ທາງໂຄງການໄດ້ຄັດເລືອກມາໄດ້ຈໍານວນ 27 ທ່ານທີ່ປ່ຽມລົ້ນໄປດ້ວຍຄຸນນະພາບ ເພື່ອຂຶ້ນເວທີ Heavy Queen Laos ປີນີ້. ຫຼ້າສຸດ, ວັນທີ 6 ກໍລະກົດ …
Read More »Kuanjaitaem Kuanjai page
ສ.ອາເມຣິກາ ເລັງແບນແອັບດັງຂອງຈີນ TikTok ອ້າງວ່າເປັນເຄື່ອງມືສອດແນມ-ລ້ວງຂໍ້ມູນຜູ້ໃຊ້ງານ…
ອ້າງໄມ້ ປອມເປໂອ ຣມວ.ຕ່າງປະເທດ ເຜີຍກັບສໍານັກຂ່າວ Fox News ວ່າ ລັດຖະບານ ສ.ອາເມຣິກາ ກໍາລັງພິຈາລະນາ ແບນ Application Social Media ສັນຊາດຈີນຫຼາຍລາຍການ ລວມເຖິງແອັບ TikTok ນໍາ. ໂດຍໃຫ້ເຫດຜົນວ່າ ເປັນເຄື່ອງມືສອດແນມລ້ວງຂໍ້ມູນຜູ້ໃຊ້ງານຂອງລັດຖະບານຈີນ ເຊິ່ງເລື່ອງນີ້ກໍາລັງຢູ່ໃນການຕັດສິນໃຈຂອງ ປະທານາທິບໍດີ ໂດນັລ ທຣັ້ມ ບົນພື້ນຖານຂອງການເຄົາລົບໃນສິດເສລີພາບຂອງປະຊາຊົນຜູ້ໃຊ້ງານ… ສ່ວນທາງດ້ານ TikTok ໄດ້ຕັດສິນໃຈຍຸຕິການໃຫ້ບໍລິການໃນ ຮ່ອງກົງ ຫຼັງຈາກຈີນອະນຸມັດໃຊ້ກົດໝາຍຄວາມໝັ້ນຄົງສະບັບໃໝ່ ໃນເຂດປົກຄົງພິເສດ…
Read More »ຢາກໃຫ້ສັງຄົມຊ່ວຍອອກຄໍາຄິດເຫັນ!! ແມ່ສຸດທົນອັດຄຣິບເລົ່າເຫດການ ລູກຊາຍຖືກໄລ່ອອກຈາກຫ້ອງສອບເສັງກາງຊົ່ວໂມງ ຍ້ອນຊົງຜົມບໍ່ຖືກລະບຽບ…
ຢາກໃຫ້ສັງຄົມຊ່ວຍອອກຄໍາຄິດເຫັນ!! ແມ່ສຸດທົນອັດຄຣິບເລົ່າເຫດການ ລູກຊາຍຖືກໄລ່ອອກຈາກຫ້ອງສອບເສັງກາງຊົ່ວໂມງ ຍ້ອນຊົງຜົມບໍ່ຖືກລະບຽບ… ກາຍເປັນກະແສດຣາມ່າ ແລະ ສະແດງຄວາມຄິດເຫັນຢ່າງວົງກວ້າງເທິງໂລກ Online ສໍາລັບເຫດການທີ່ເດັກນ້ອຍຖືກໄລ່ອອກຈາກຫ້ອງສອບເສັງກາງຊົ່ວໂມງ ຍ້ອນຊົງຜົມບໍ່ຖືກລະບຽບ… ເຊິ່ງເຫດການດັ່ງກ່າວແມ່ນຖືກເຜີຍແຜ່ອອກມາຜ່ານທາງ Facebook: Hang Pany ຜູ້ປົກຄອງຂອງນັກຮຽນຄົນດັ່ງກ່າວ ທີ່ຢາກໃຫ້ສັງຄົມຊ່ວຍອອກຄວາມຄິດເຫັນ ພ້ອມທັງໂຊຊົງຜົມຂອງລູກຊາຍທີ່ຫາກໍພາໄປຕັດແລ້ວ ພ້ອມທັງບອກຢາກຮູ້ມາດຕະຖານຂອງໂຮງຮຽນແມ່ນຕ້ອງສັ້ນສໍ່າໃດ??? ເຊິ່ງລາຍລະອຽດຈະເປັນແນວໃດນັ້ນ ເຮົາໄປເບິ່ງນໍາກັນເລີຍ… Posted by Hang Pany on Monday, July 6, 2020 ຊົງຜົມຂອງເດັກນັກຮຽນຄົນດັ່ງກ່າວ…. ນັກຮຽນຊັ້ນ ມ.1 ໂພສດັ່ງກ່າວ… ທີ່ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈໍານວນຫຼວງຫຼາຍ…
Read More »ຮ່ວມສົ່ງໃຈເຊຍ!! ແຮນນ່າ ໂຣເຊັ້ນບູມ ສາວລາວ 1 ດຽວເທິງເວທີແຂ່ງຂັນ Girls Group ທີ່ປະເທດໄທ…
ມາຮ່ວມເປັນອີກ 1 ກໍາລັງໃນສົ່ງໄປເຊຍ ສາວນ້ອຍຄົນເກັ່ງ ແຮນນ້າ ໂຣເຊັ້ນບູມ ໄພວັນ ທີ່ເປັນຕົວແທນປະເທດລາວເຂົ້າຮ່ວມແຂ່ງຂັນ ເພື່ອເປັນ Girls Group 4EVE ທີ່ອອກອາກາດທາງສະທີໂທລະພາບຊື່ດັງ Workpoint ປະເທດໄທ… ສໍາລັບ ແຮນນ່າ ໂຣເຊັນບຣູມ ແມ່ນມີຕໍາແໜ່ງເປັນ ຮອງອັນດັບ 2 Miss Teen Laos 2019 ແລະ ເປັນຕົວແທນປະເທດລາວໄປປະກວດເທິງເວທີລະດັບສາກົນຄື Miss Asia Global 2019 ທີ່ຈັດຂຶ້ນຢູ່ທີ່ປະເທດອິນເດຍ ລະໄດ້ຮັບລາງວັນຄື ນາງງາມ ຂວັນໃຈ Social Media ມາຄອງເປັນຄັ້ງປະຫວັດສາດຂອງປະເທດລາວເຮົາ… ນອກຈານັ້ນ ແຮນນ້າ ຍັງມີຄວາມສາມາດດ້ານການຮ້ອງເພງ ເພາະເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງນັ້ນເອງ; ດ້ານວຽກການສະແດງກໍບໍ່ໄດ້ໜ້ອຍໜ້າເພາະຈະເຫັນຜົນງານຂອງນາງຢ່າງຫຼວງຫຼາຍ… ຖືວ່າເປັນເດັກນ້ອຍລຸ້ນໃໝ່ທີ່ມີຄຸນນະພາບທາງດ້ານຄວາມສາມາດ ແລະ ໜ້າຕາອີ່ຫຼີສໍາລັບສາວນ້ອຍຄົນນີ້… ແນວໃດກໍຂໍເປັນກໍາລັງໃຈໃຫ້ນ້ອງຈົ່ງໄປໃຫ້ເຖິງຝັນເດີ້!!! MV ທຳອິດຂອງສາວໆທັງ 20 …
Read More »ຈີນປະກາດເຕືອນໄພ!! ເຝົ້າລະວັງກາລະໂລກ ພະຍາດດໍາ ທີ່ເຄີຍຂ້າຊີວິດມະນຸດມາແລ້ວ 25 ລ້ານຄົນໃນອະດີດ…
ສໍານັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫຼວງປັກກິ່ງ ຂອງຈີນ ໃນວັນທີ 06/07/2020 ນີ້ວ່າ ຄະນະກໍາມາທິການ ປະຈໍາເມືອງ ບາຍັນ ໃນເຂດປົກຄອງ Inner Mongolia ຂອງ ສປ ຈີນ ປະກາດເຕືອນໄພດ້ານສາທາລະນະສຸກ ຂຶ້ນເປັນລະດັບ 3 ກ່ຽວກັບເຊື້ອໂລກ ກາລະໂລກ (ພະຍາດດໍາ) Bubonic Plague ຊຶ່ງເກີດຈາກ ສັດຊະນິດມີແຂ້ວ ໂດຍແນະນໍາ ໃຫ້ປະຊາຊົນຜູ້ມີອາການໄຂ້ ແບບບໍ່ຮູ້ສາເຫດ ໃຫ້ຟ້າວແຈ້ງຕໍ່ສາທາລະນະສຸກ ປະຈໍາຊຸມຊົນ ໂດຍດ່ວນ. ນັບຕັ້ງແຕ່ເດືອນພະຈິກ 2019 ຈົນເຖິງປະຈຸບັນ ມີຜູ້ປ່ວຍຈາກໂລກນີ້ ຢູ່ເຂດນີ້ ທັງໝົດ 4 ຄົນແລ້ວ. ພະຍາດດໍາ ເປັນໂລກຕິດເຊື້ອແບັກທີເຣຍ ທີ່ແຜ່ຈາກສັດສູ່ຄົນ ຜ່ານລະອອງຝອຍ ຂະໜາດນ້ອຍ ເຊັ່ນ: ໄອ ຈາມ ແລະ ການສໍາຜັດ. ສາມາດເກີດຂຶ້ນໄດ້ກັບ …
Read More »