Breaking News

Kuanjaitaem Kuanjai page

ງາມຫຼາຍ!! “ຕະຫຼາດນັດງາມລາວ” ງານສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນຂອງຄົນລາວ…

ຈົບໄປແລ້ວສໍາລັບງານ ຕະຫຼາດນັດງາມລາວ ງານຕະຫຼາດນັດສົ່ງເສີມຄວາມເປັນລາວ ແລະ ຜະລິດຕະພັນລາວ ທີ່ຈັດຂຶ້ນໃນວັນທີ 4-5 ກໍລະກົດທີ່ຜ່ານມາ!! ມີໃຜໄດ້ໄປເລາະມາແດ່??? (ໂຊຮູບກັນແດ່) ສ່ວນໃຜທີ່ບໍ່ໄດ້ໄປ ແອັດມິ້ນມີຮູບພາບມາໃຫ້ເບິ່ງກ່ອນເພື່ອງານໜ້າຈະໄດ້ບໍ່ຕ້ອງພາດ… ແຕ່ກ່ອນທີ່ຈະໄດ້ຊົມພາບບັນຍາກາດນັ້ນ ຂໍນໍາສະເໜີ Concept ຂອງງານຈັກເລັກໜ້ອຍ!! ງານຕະຫຼາດນັດງາມລາວ ແມ່ນຈັດຂຶ້ນເປັນຄັ້ງທີ 2 ໂດຍຮ້ານອາຫານ ເລີປາແດກ ຈຸດປະສົງແມ່ນເພື່ອເນັ້ນໃຫ້ຄົນລາວຍຸກໃໝ່ຫັນມາໃຫ້ຄວາມສົນໃຈອະນຸຮັກວັດທະນະທໍາແບບດັ້ງເດີມ ເຊິ່ງພາຍໃນງານຈະມີການວາງສະແດງ ແລະຂາຍຜະລິດຕະພັນທີ່ເປັນ Handmade ທີ່ມີລວດລາຍພື້ນບ້ານຂອງລາວ ລວມໄປເຖິງບັນດາຂະໜົມພື້ນບ້ານທີ່ປູ່ຍ່າຕານາຍເຄີຍເຮັດກິນກັນ ນອກຈາກນັ້ນ ຍັງເນັ້ນສົ່ງເສີມການອະນຸຮັກທໍາມະຊາດ ແລະ ສິ່ງແວດລ້ອມຫຼຸດຜ່ອນ ພຼາສຕິກ ເພາະທຸກຢາງທີ່ນໍາມາໃຊ້ຈະເຮັດຈາກໄມ້ແບບທໍາມະຊາດ… ຖືວ່າເປັນແນວຄວາມຄິດທີ່ດີຫຼາຍໄປແລ້ວໃຫ້ຄວາມຮູ້ສຶກຄືໄດ້ຍ້ອນຍຸກໄປສະໄໝກ່ອນແນວໃດແນວນັ້ນເລີຍ!! ໃຜທີ່ພາດເທື່ອນີ້ ເທື່ອໜ້າຫ້າພມພາດເດັດຂາດເດີ້ ໄປຮ່ວມສະໜັບສະໜູນຄວາມເປັນລາວນໍາກັນ!!! ຮູບພາບຈາກ: Le Padaek

Read More »

ເປັນກະແສຂ້າມປະເທດ!! ນັກທຸລະກິດອິນເດຍ ທຸ່ມເງິນ 30 ປາຍລ້ານເຮັດ “ໜ້າກາກອະນາໄມຄໍາ” ຍອມຮັບບໍ່ໝັ້ນໃຈກັນໂຄວິດ-19 ໄດ້…

ສໍານັກຂ່າວ AFP ແລະ ສະເຕດທາມ ລາຍງານໃນວັນທີ 5 ກໍລະກົດ ເຖິງກະແສຮືຮາໃນ ປະເທດອີນເດຍ ຫຼັງຈາກ ທ້າວສັນກອນ ກຸນອາເທ ນັກທຸລະກິດດັງໄວ 49 ປີ ໃນເມືອງປຸເນ ລັດມະຫາຣາຊຣະ ທາງຕາເວັນຕົກ ສວມໃສ່ ໜ້າກາກອະນາໄມທອງຄໍາ ທີ່ສັ່ງເຮັດພິເສດ ນໍ້າໜັກ 60 ກຣາມ ມູນຄ່າ 289.000 ຣູປີ ຫຼືປະມານ 37 ລ້ານກວ່າກີບ… ທ້າວກຸນຮາເທ ເຊິ່ງຂຶ້ນຊື່ວ່າເປັນຄົນມັກໃສ່ເຄື່ອງປະດັບຫຼາຍອັນ ແລະ ນໍ້າໜັກຫຼາຍກິໂລ ທັງສ້ອຍຄໍ ສ້ອຍແສນ ແລະ ແຫວນທັງ 10 ນິ້ວ ເປີດເຜີຍວ່າ ຊ່າງຕີຄໍາໃຊ້ເວລາ 8 ມື້ໃນການຕີໜ້າກາກອະນາໄມຄໍາໃຫ້ກັບລາວ ນີ້ເປັນໜ້າກາກບາງໆ ແລະ ມີຮູນ້ອຍໆ ກະຈາຍຢູ່ທົ່ວເພື່ອໃຫ້ຂ້ອຍຫາຍໃຈສະດວກ ທ້າວກຸນຮາເທ ອະທິບາຍພ້ອມທັງລະບຸວ່າ …

Read More »

ແມ່ຍິງລາວຮັກວັດທະນະທໍາລາວ!!! ລວມພາບຄົນບັນເທີງລາວຮ່ວມໃສ່ບາດມື້ບຸນເຂົ້າພັນສາ…

ຜ່ານມາແລ້ວສໍາລັບເທດສະການເຂົ້າພັນສາ ປະວໍລະນາ ອີກ 1 ໃນຮີດ 12 ຂອງປະເພນີລາວ ທີ່ຄົນລາວເຮົາສືບທອດກັນມາຕັ້ງແຕ່ສະໄໝຜູ້ຍ່າຕານາຍ ຈົນຮອດຊົ່ວລູກຊົ່ວຫຼານໄດ້ປະຕິບັດສືບກັນຕໍ່ມາ… ແລະ ປີນີ້ມື້ເຂົ້າພັນສາ ມື້ຂຶ້ນ 18 ຄໍ່າ ເດືອນ 8 ກໍກົງກັບວັນອາທິດທີ 5 ກໍລະກົດ ຍ້ອນຖືກມື້ພັກວຽກ-ການ ເຮັດໃຫ້ສາສະນິກກະຊົນຊາວພຸດທັງຫຼາຍແຫ່ກັນເຂົ້າວັດເຮັດບຸນຫຼາຍເປັນພິເສດ ລວມທັງບັນດາຄົນບັນເທີງຫຼາຍຄົນກໍໄດ້ສະຫຼະເວລາໄປເຮັດບຸນນໍາ ເຊິ່ງຈະມີໃຜແດ່ນັ້ນ ມື້ນີ້ ຂວັນໃຈ ກໍໄດ້ນໍາເອົາມາຕ້ອນກັນນໍາ… ເລີ່ມຈາກ ນາງເອກຊຸບຕາເບີ 1 ຂອງປະເທດລາວ ສາຍານາງເອກໃນບຸນຄື ລູກນໍ້າ ທິດາລັດ ນາງງາມໜ້າຫວານຈາກເວທີ Miss Laos 2018 ມີ່ມີ່ ສຸດທິດາ ນາງແບບລູກສອດຄື ຄຣິສ ຕີນ່າ ກໍຮ່ວມສູດມົນເຂົ້າພັນສານໍາ ນາງງາມໃຈບຸນອີກຄົນໜຶ່ງ ເຈນນີ່ ຕົ້ນຄໍາ ສາຍບຸນຂອງແທ້ ຍຸ້ຍ ສັນທະນີ ບີບີ່ …

Read More »

ຊົມເຊີຍ!! ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານບໍລິສັດເບຍລາວຈຳກັດ…

ວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມໃຫ່ຍ ຂອງບໍລິສັດເບຍລາວຈຳກັດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ II ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ  ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາຄະນະພັກຮາກຖານບໍລິສັດ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສາມະຊິກພັກສົມບູນເຂົ້າຮ່ວມຈໍານວນ 88 ສະຫາຍ ຈາກ 4 ໜ່ວຍພັກ. ພ້ອມນີ້, ກອງປະຊຸມກໍ່ໄດ້ເລືອກຕັ້ງເອົາ ຄະນະພັກຊຸດໃຫມ່ 7 ສະຫາຍ ປະກອບມີ: ສະຫາຍ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ບໍລິສັດ ເບຍລາວ, ສະຫາຍ ພອນໄຊ ອິນສົມ ຮອງເລຂາຄະນະພັກຮາກຖານ ສະຫາຍ ຈັນສະໝອນ …

Read More »

ສ່ອງ!! ຄວາມສົດໃສຂອງ ຈຽບ ມະນີພອນ ເຈົ້າຂອງຕໍາແໜ່ງ ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຈາກເວທີ MISS LAOS 2019…

ຍັງຈື່ກັນໄດ້ບໍ່?? ຈຽບ ມະນີພອນ ສິງຫາໄຊຍະວົງ ສາວງາມຈາກແຂວງ ອຸດົມໄຊ ຜູ້ເຂົ້າປະກວດ MISS LAOS 2019 ທີ່ຫຼາຍຄົນລຸ້ນວ່າມົອາດຈະລົງ ແຕ່ເຖິງວ່າມົງ Miss Laos 2019 ຈະບໍ່ລົງ ແຕ່ ຈຽບ ກໍຄວ້າເຖິງ 2​ ຕໍາແໜ່ງມາຄອງຄື ນາງສາວຂວັນໃຈມະຫາຊົນ ແລະ ນາງສາວໜ້າອ່ອນກວ່າໄວ ຖືວ່າບໍ່ເຮັດໃຫ້ແຟນຄຣັບ ແລະ ສາຍເຊຍບໍ່ຜິດຫວັງກັນເລີຍຈ່າ… ແລະ ຫຼັງຈາກການປະກວດສິ້ນສຸດລົງ ຈຽບ ກໍເດີນສາຍເຮັດວຽກໃນວົງການບັນເທີງ ໂດຍເຮົາຈະໄດ້ເປັນຜົນງານຢູ່ເປັນປະຈໍາ ເຊິ່ງຄວາມງາມ ຄວາມໜ້າຮັກຂອງນາງນັ້ນນັບມື້ນັບເພີ່ມຂຶ້ນ ແລະ ມື້ນີ້ ຂວັນໃຈ ຈະພາທຸກຄົນໄປສ່ອງໃນຄວາມໜ້າອ່ອນກວ່າໄວຂອງ ຈຽບ ເພາະຕອນທີ່ເຂົ້າປະກວດແມ່ນອາຍຸໄດ້ 24 ປີ ແຕ່ປັດຈຸບັນຜ່ານມາປີ 1​ແລ້ວກໍອາຍຸຄົບ 25 ປີພໍດີ… ຈະເປັນແນວໃດນັ້ນໄປເບິ່ງກັນເລີຍ!!! ຮູບພາບຈາກ: Jieb Singhaxaiyaseng

Read More »